ໜາດເລືອດ ຕົ້ມກັບນໍ້າອາບເປັນຢາບີບມົດລູກ ຮັກສາພະຍາດເບົາຫວານ ຊ່ວຍບໍາລຸງປະສາດ


ບັນຍາຍການນຳໃຊ້ປະໂຫຍດ:– ຍອດອ່ອນມີຣົດມັນໃຊ້ຮັບປະທານເປັນຜັກສົດກັບແຈ່ວ, ລາບ, ສ່ວນໃບອ່ອນນໍາໄປລວກໃຊ້ຮັບປະທານກັບແຈ່ວ ຫຼື ໃສ່ແກງ.– ດອກສາມາດນໍາໄປຍໍາຮວມກັບເນື້ອສັດຕ່າງໆໄດ້.


– ໃບເມື່ອນໍາມາຕາກໃຫ້ແຫ້ງຈະມີກິ່ນຫອມຄ້າຍກິ່ນນໍ້າເຜິ້ງ ໃຊ້ມາຕົມກັບນໍ້າດື່ມ ຫຼື ຊົງເປັນຊາຈະຊ່ວຍຫຼຸດນໍ້າໜັກໄດ້.– ໃບສົດແກ່ນໍາມາຕໍາປະສົມກັບເກືອໃຊ້ກິນຮັກສາກິ່ນປາກ ແລະ ຊ່ວຍລະງັບກິ່ນຕົວ.


ສັບພະຄຸນ:– ໃບນໍາມາຕົ້ມກັບນໍ້າອາບຈະຊ່ວຍບໍາລຸງປະສາດ.– ທັງຕົ້ນນໍາມາຕົ້ມກິນເປັນຢາຮັກສາພະຍາດເບົາຫວານ, ສ່ວນໃບກໍ່ໃຊ້ຊົງດື່ມເປັນນໍ້າຊາກໍ່ມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານໄດ້ເຊັ່ນກັນ.
– ໃບໃຊ້ຊົງດື່ມແທນນໍ້າເປັນຊາມີສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ.– ໃບ ແລະ ຮາກ ຊ່ວຍຮັກສາໄຂ້ ແລະ ຊ່ວຍຂັບເຫື່ອ.– ໃບໃຊ້ຕົ້ມກັບນໍ້າອາບເປັນຢາບີບມົດລູກ.


– ໃບ ແລະ ຕົ້ນອ່ອນນໍາມາຕົ້ມກັບນໍ້າອາບຈະຊ່ວຍຮັກສາຫິດ ແລະ ຂີ້ກາກ.ຄຸນຄ່າທາງໂພສະນາການຂອງຍອດ ແລະ ໃບອ່ອນໝາດເລືອດ ຕໍ່ 100 ກຼາມ.
– ພະລັງງານ 42 ແຄລໍຣີ– ຄາໂບໄຮເດດ 9.4 ກຼາມ– ໂປຼຕີນ 1.8 ກຼາມ– ໄຂມັນ 0.5 ກຼາມ.
– ນໍ້າ 86.0 ກຼາມ– ວິຕາມິນເອ 3,983 ໜ່ວຍສາກົນ– ວິຕາມິນບີ 1 0.02 ມິນລີກຼາມ– ວິຕາມິນຊີ 30 ມິນລີກຼາມ.
– ທາດເຫຼັກ 5.6 ມິນລີກຼາມ– ທາດຟອດຟໍຣັດ 49 ມິນລີກຼາມ– ທາດແຄວຊຽມ 256 ມິນລີກຼາມ