ປອມຊີດີນ ປີ່ນປົວໄສ້ເລື່ອນ ຫຼື ໄສ້ລົງຫຳ ປົວສີວຟ້າ ແລະ ຈຸດດ່າງດຳ

ບັນຍາຍລັກສະນະພືດສາດເປັນພືດລົ້ມລູກຫາຍປີທີ່ມີຫົວຍາວຊີລົງໄປໃນດີນ, ມີພຽງໃບທີ່ພົ້ນຂື້ນຈາກດິນ. ຫົວໃຕ້ດີນເປັນຫຼອດຍາວ ປະມານ 5-10 ຊັິງຕິແມັດ, ເສັ້ນຜ່າສູນກາງປະມານ 3-7 ມີນລີແມັດ, ເປືອກນອກສີນ້ຳຕານ, ທາງດ້ານໃນສີຂາວອົມເຫຼືອງບາງຄັ້ງ. ປາຍຫົວຈະມີຮາກເປັນດີ້ວອອກມາປະມານ 4-9 ຮາກ. ໃບຈັບເປັນຈຸ້ມທີ່ປາຍຫົວ, ເປັນສ່ວນທີພົ້ນອອກຈາກໜ້າດີນ. ກ້ານໃບຈະຝັງດີນເລັກນ້ອຍ, ບາງເທື່ອເປັນສີຂາວອົມຂຽວຍາວ 2-3 ຊັງຕິແມັດ.

ແຜ່ນໃບເປັນຮູບຮີແກມຮູບຂອບຂະໜານ. ໂຄນຮຽວຍາວ, ປາຍໃບຮຽວແຫຼມ, ຂອບໃບລຽບ, ແຜ່ນໃບເປັນວັກໆພັຍຢູ່ຕາມລວງຍາວ, ແຜ່ນໃບມີຂົນເລັກນ້ອຍ. ດອກອອກເປັນຊໍ່ທີ່ປາຍຫົວຊອກໃບ, ກີບດອກເປັນສີເຫຼືອງ ມີ 6 ກີບ, ຮູບຂອບຂະໜານ, ຍາວ 1 ຊັງຕິແມັດ, ກວ້າງ 2 ມີນລີແມັດ, ຂອບລຽບ, ປາຍມົນ. ເກສອນເພດຜູ້ 5 ອັນ ອອກສະຫຼັບຫວ່າງກັບກີບດອກ, ຖົງເກສອນຍາວເປັນແທ້ງ. ໝາກມົນກົມ, ເມັດສີດຳ.

ນິເວດວິທະຍາ: ເປັນພືດທີ່ມັກເກີດໃນຊ່ວງລະດູຝົນທີ່ມີໃບເກີດແລ້ວກໍ່ມີເກີດດອກອອກພ້ອມ ເປັນພືດທີພົບຕາມປ່າທີໂລ້ງແຈ້ງຕາມປ່າແປກເກີດເປັນກຸ່ມ ຫຼື ເກີດອອກເປັນຫົວຕິດໆກັນ. ມັກເກີດໃນປະເພດດີນຊາຍປົນດີນດາກຕາມປ່າແປກໃນເຂດສູງ. ມັກເກີດດອກໃນຊ່ວງເດືອນພືດສະພາ ເຖີງກໍລະກົດ ເປັນໝາກແກ່ໃນເດືອນຕຸລາ ຫາ ພະຈິກ.

ສະພາບການອະນຸລັກ: ມັກເກີດຕາມປ່າທົ່ວໄປເຮັດໃຫ້ປະຊາຊົນເກັບກູ້ມາຂາຍຈຳນວນຫຼວງຫຼາຍ ເຮັດໃຫ້ພົບຢູ່ຕາມຄັ່ງ ແລະ ໂຄກຈຳນວນຫຼຸດລົງ, ມີການຂຸດຄົ້ນຫົວຕາມທຳມະຊາດຢ່າງກວ້າງຂວາງ, ເປັນພືດທີ່ມີການຂະຫຍາຍຕົວຊ້າ, ເມື່ອມີການເກັບກູ້ຈຳນວນຫຼວງຫຼາຍເຮັດໃຫ້ມີຜົນກະທົບຕໍ່ປະຊາກອນຫຼຸດລົງ. ຖ້າມີການຄຸ້ມຄອງ ແລະ ເກັບກູ້ແບບມີກຳນົດ ຫຼື ເຮັດສວນສົ່ງເສີມເພື່ອປູກເປັນສີນຄ້າ ແລະ ຫາວິທີເຮັດເປັນຜະລິດຕະພັນຢາ.

ບັນຍາຍການນຳໃຊ້ໃນຢາພື້ນເມືອງຈິນໄດ້ບອກວ່າຫົວຂອງປອມຊະນິດນີ້ໄດ້ຖືກນຳໃຊ້ໃນການປີ່ນປົວໄສ້ເລື່ອນ ຫຼື ໄສ້ລົງຫຳ ແລະ ໝາກໄຂ່ໜັງຮ້ອນ, ແຕ່ຢ່າແຜນໄທໄດ້ມີການນຳໃຊ້ປີ່ນປົວສີວຟ້າ ແລະ ຈຸດດ່າງດຳ ໂດຍການສະກັດເອົານ້ຳມັນຫອມລະເຫີຍຈາກຫົວເພື່ອເຮັດເປັນຜະລິດຕະພັນເຄື່ອງສຳອາງອິກດ້ວຍ

Related Posts

Leave a Reply

Your email address will not be published. Required fields are marked *