ວັນທີ 21/5/2021 ເຫດການທີ່ຫນ້າສະຫຼົດໃຈ ຈາກກໍລະນີມີການສົ່ງຄລີບຍິງສາວຄົນຫນຶ່ງ ໄລ້ສົດຊ່ວງເຮັດອາຫານ ແລ້ວລົ້ມລົງແລ້ວເສຍຊີວິດ ທາງຍາດອອກມາແຈ້ງສາເຫດໃນເບື້ອງຕົ້ນພ້ອມທັງຂໍຮ້ອງໃຫ້ ຢຸດແຊ ໂພສ ຕໍ່ໃນຄລີບດັ່ງກ່າວ.

ທາງຍາດໄດ້ແຈ້ງເຖີງສາເຫດໃນການເສຍຊີວິດຂອງ ຫນຶ່ງພິມພອນ (หนึ่งพิมพร ) ວ່າ ໃຫ້ທຸກທ່ານຊາບ ຫລັງຈາກຍາດໄດ້ສົ່ງຮ່າງໄປຊັນນະສູດພົບວ່າ ຫນື່ງ ເສຍຊີວິດເນື່ອງຈາກຫົວໃຈຟອງໂຕ ເຮັດໃຫ້ຫົວໃຈວາຍກະທັນຫັນ ຕອນນີ້ຢູ່ໃນຂັ້ນຕອນກຳລັງພາ “ຫນຶ່ງ” ກັບໄປທຳພິທີທາງສາສນາ.

ທີ່ ຈັງຫວັດຊຽງຣາຍ ປະເທດໄທ ໃນຫ້ວງເວລານີ້ຍາດພີ່ນ້ອງຍັງຍາກທີ່ຈະທຳໃຈ ຕໍ່ເຫດໃນການຈາກໄປຂອງ “ຫນຶ່ງ” ຈຶ່ງຢາກຂໍວິງວອນຂໍຄວາມກະລຸນາ ຢຸດແຊ ຢຸດໂພສ ພາບວີດີໂອ ຂະນະທີ່ “ຫນຶ່ງ”ເສຍຊີວິດດ້ວຍ ແນວໃດກໍ່ຂໍສະແດງຄວາມເສຍໃຈໄປຍັງຄອບຄົວຂອງ “ຫນຶ່ງ” ມານະທີ່ນີ້ດ້ວຍ.

ຄລິບເຫດການ.