ຕຳຫລວດອິນໂດເນເຊຍຈັບໝໍປະຈຳຢູ່ຄຸກ ລັກວັກຊີນ “ຊິໂນແວກ” ໄປຂາຍ


ໝໍປະຈຳຢູ່ຄຸກໃນອິນໂດເນເຊຍ ພ້ອມພັກພວກຖືກຈັບ ຂໍ້ຫາລັກລອບນຳເອົາວັກຊີນຊິໂນແວກອອກໄປຂາຍໃຫ້ບຸກຄົນພາຍນອກ.


ວັນທີ 25 ພຶດສະພາ 2021, ສຳນັກຂ່າວເອເອຟພີ (AFP) ລາຍງານການຖະແຫລງຂອງຕຳຫລວດອິນໂດເນເຊຍ ເຖິງການຈັບກຸມຜູ້ຕ້ອງຫາ 4 ຄົນທີ່ມີການລັກເອົາວັກຊີນປ້ອງກັນພະຍາດໂຄວິດ-19 ຂອງຊິໂນແວກ (Sinovac) ໄປຈາກຄຸກເມືອງເມດານ ໂດຍໜຶ່ງໃນຜູ້ກໍ່ເຫດເປັນໝໍທີ່ປະຈຳຢູ່ໃນຄຸກດັ່ງກ່າວ.


ຕາມລາຍງານລະບຸວ່າ: ຜູ້ຕ້ອງຫາທັງ 4 ຄົນນຳເອົາວັກຊີນຊິໂນແວກ 1.000 ກວ່າໂດສ ທີ່ກຽມໄວ້ສັກໃຫ້ນັກໂທດອອກໄປສະເໜີຂາຍໃນລາຄາ 250.000 ຣູເປຍ ໂດຍໜຶ່ງໃນຜູ້ຕ້ອງຫາໄດ້ນຳເອົາວັກຊີນໄປນະຄອນຫລວງຈາກາຕາ ເຊິ່ງເຈົ້າໜ້າທີ່ຕຳຫລວດພົບສະຖານທີ່ໃຫ້ບໍລິການສັກວັກຊີນດັ່ງກ່າວຫລາຍແຫ່ງ.


ຖ້າທັງ 4 ໄດ້ຮັບການຕັດສິນວ່າມີຄວາມຜິດແທ້ ອາດຖືກຕິດຄຸກຕະຫລອດຊີວິດ ພາຍໃຕ້ກົດໝາຍຕໍ່ຕ້ານການສໍ້ລາດບັງຫລວງຂອງອິນໂດເນເຊຍ.
ນັກໂທດໃນອິນໂດເນເຊຍຖືເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊີນກ່ອນປະຊາຊົນທົ່ວໄປຈາກສະພາບການເປັນຢູ່ທີ່ແອອັດ ຈຶ່ງມີຄວາມສ່ຽງຈະເກີດການລະບາດໄດ້ງ່າຍ.


ປັດຈຸບັນ ອິນໂດເນເຊຍມີລາຍງານຜູ້ຕິດເຊື້ອໂຄວິດ-19 ສະສົມກວ່າ 1,7 ລ້ານຄົນ ແລະ ມີຜູ້ເສຍຊີວິດແລ້ວເກືອບ 50.000 ຄົນ.
https://www.thejakartapost.com/news/2021/05/25/north-sumatra-police-arrest-four-for-stealing-vaccines-meant-for-prisoners-.html?fbclid=IwAR2T6jo5ImomynW1xUx6fgc15vgPloTezH5PEBkFHfddEMD1k0Ol6SLJWTI