ຂ່າວດ່ວນ

ໄວໜຸ່ມຊຸມແຊວກັນຢູ່ຫ້ອງແຖວ ເຂດບ້ານໜອງທາ ຖືກນຳໄປກວດຫາເຊືອ ແລະ ສົ່ງເຂົ້າສຸນກັກບໍລິເວນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 25 ພຶດສະພາ 2021 ໄດ້ກັກຕົວໄວໜຸ່ມຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນພ້ອມ ເປີດເພງສຽງດັງຢູ່ຫ້ອງແຖວ ບ້ານໜອງທາເໜືອ ຮ່ອມ 7

ພາບປະກອບຂ່າວເທົ່ານັ້ນ

ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ ເພື່ອກວດກາຫາເຊື້ອພະຍາດ.

ພາບປະກອບຂ່າວເທົ່ານັ້ນ

ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ ໃຫ້ມີການແຜ່ເຊື້ອພະຍາດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ.

ພາບປະກອບຂ່າວເທົ່ານັ້ນ

ຕາມປະມວນກົດໝາຍໄດ້ກຳນົດໄວ້ ເພາະເປັນການລະເມີດແຈ້ງການ ເລກທີ 02/ຈນວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button