ອິນເດຍ ປະກາດຄວບຄຸມໂຄວິດ-19ໄດ້ແລ້ວ ຕາມຂ່າວຈາກ ນີວແດນລີ, ເມື່ອບໍ່ດົນມານີ້, ອິນເດຍ ປະກາດວ່າ ສາມາດຄວາມຄຸມ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ໄດ້ແລ້ວ ພາຍຫລັງ ມີລາຍງານວ່າ ເຂດປົກຄອງ ຂອງອິນເດຍ 20% ຫລື 1 ໃນ 5 ຂອງເຂດທັງໝົດ ບໍ່ພົບຜູ້ຕິດເຊື້ອ ລາຍໃໝ່ ຕິດຕໍ່ກັນ ເປັນອາທິດແລ້ວ.

ແຕ່ກໍ່ຍັງຄອງ ສະຖິຕິ ຜູ້ຕິດເຊື້ອສະສົມ ສູງເປັນ ອັນດັບ 2ຂອງໂລກ ຮອງຈາກສ.ອາເມລິກາ.ຂະນະທີ່ ຊາວອິນເດຍ ບາງກຸ່ມ ສ້າງພູມຕ້ານທານໝູ່ ຂຶ້ນເອງໄດ້ແລ້ວ ຜ່ານການຕິດເຊື້ອ ຕາມທຳມະຊາດ ຫລັງຈາກ ອິນເດຍ ພົບຜູ້ຕິດເຊື້ອ ລາຍໃໝ່ ບໍ່ເຖິງ 12.000 ຄົນໃນຮອບ 24ຊົ່ວໂມງ ທີ່ຜ່ານມາ ແລະຍັງລະບຸວ່າ ມີ 146ເຂດ.

ຈາກ 718 ເຂດຂອງອິນເດຍ ທີ່ບໍ່ພົບຜູ້ຕິດເຊື້ອ ລາຍໃໝ່ ຕິດຕໍ່ກັນ ຫລາຍວັນ ແລະມີອີກ 18 ເຂດບໍ່ພົບ ຜູ້ຕິດເຊື້ອ ລາຍໃໝ່ ຕິດຕໍ່ກັນ 2 ອາທິດ ສົ່ງຜົນໃຫ້ ຕາຕະລາງ(ກຣາຟ)ຜູ້ຕິດເຊື້ອ ໃນອິນເດຍ ມີແນວໂນ້ມ ຫລຸດລົງ,ປັດຈຸບັນ ອິນເດຍ ມີຜູ້ຕິດເຊື້ອ ສະສົມ 10,7 ລ້ານຄົນ ແລະ ເສຍຊີວິດ 153.000 ກວ່າຄົນ