ສັບພະຄຸນພຶດ

ແຊຣແມະ.! ຜັກເບ້ຍໃຫຍ່ ເປັນຢາດີ ແແກ້ໄອແຫ້ງ ປັດສະວະຂັດ

ຜັກເບ້ຍໃຫຍ່(ຜັກຕາໂກ້ງ) ມີປະໂຫຍດຫຼາຍຢ່າງ ຮັກສາໂລກໄດ້ຫລາຍຊະນິດ ມັກມີຢູ່ຕາມພື້ນຫົນທາງ ຕາມຮອຍແຍກພື້ນປູນມັກຈະພົບເຫັນເລື້ອຍໆ ຜັກເບ້ຍໃຫຍ່ ໃຜເບິ່ງວ່າເປັນພຽງພືດຂຶ້ນຢູ່ຕາມທາງຄົງຕ້ອງເສຍດາຍຫຼາຍໆ ແຕ່ແທ້ຈິງແລ້ວມີສັບພະຄຸນຜັກພື້ນບ້ານທີ່ໃຊ້ປະໂຫຍດໄດ້ຢ່າງຫຼວງຫຼາຍ.

ຜົນງານວິໄຈພົບວ່າຜັກພື້ນບ້ານ ແລະ ສະໝຸນໄພທີ່ຊື່ວ່າ “ຜັກເບ້ຍໃຫຍ່” ຊ່ວຍບຳລຸງຜິວພັນ ແລະ ຮັກສາພ້ອມປ້ອງກັນໄດ້ອີກສາລະພັດໂລກ.

ຜັກເບ້ຍໃຫຍ່ ຊື່ນີ້ຮູ້ຈັກດີຫຼືບໍ່ຜັກເບ້ຍໃຫຍ່ພົບໄດ້ທົ່ວໄປໃນທຸກໆພາກຂອງປະເທດ ແລະ ຍັງມີຊື່ເອີ້ນອີກຫຼາຍຊື່ຕາມແຕ່ລະພື້ນທີ່ເຊັ່ນ: ຜັກເບ້ຍດອກເຫຼືອງ, ຜັກຕາໂດ້ງ, ຜັກອີຫຼູ ເປັນຕົ້ນ.

ສັບພະຄຸນຜັກເບ້ຍໃຫຍ່ຕາມຕຳລັບຢາ.

1. ໃບແກ້ໄອແຫ້ງ ແກ້ຂັດເບົາ ເປັນຢາຂັບປັດສະວະແກ້ອາການຫິວນໍ້າ ຕຳພອກຫຼື ທາແກ້ບາດແຜອັກເສບບວມ ບາດໄຟໄໝ້, ນໍ້າຮ້ອນລວກ ແກ້ລິດສິດວງທະວານ ປວດບວມ.

2. ນໍ້າຄັ້ນຂອງຕົ້ນນໍ້າມາທາແກ້ບາດແຜແມງກັດຕອດ ຫຼື ນຳມາດື່ມແກ້ໜອງໃນ, ປັດສະວະຂັດ.

3. ທັງຕົ້ນແກ້ບິດຖ່າຍເປັນໂລຫິດ ແກ້ບາດແຜເໜົ່າເປື່ອຍເປັນໜອງ ແກ້ເຫືອກບວມ, ແກ້ເຈັບຄໍ, ໂລຫິດໄຫຼຕາມແກ້ວ, ແກ້ໄອ ຊ່ວຍໃຫ້ຈະເລີນອາຫານຊ່ວຍຫຼໍ່ລື່ນລຳໄສ້ຊ່ວຍໂລຫິດໄດ້.

4. ເມັດໃຊ້ຂັບພະຍາດ ເປັນຍາລະບາຍອ່ອນໆຊ່ວຍຂັບປັດສະວະໄດ້.

ວິທີ ແລະ ຂະໜາດໃຊ້: ໃຊ້ຕົ້ນແຫ້ງໜັກ 10-50 ກຣາມ(ຕົ້ນສົດໜັກ 60-120 ກຣາມ) ຕົ້ມເອົານໍ້າ ຫຼື ຄັ້ນເອານໍ້າກິນ ໃຊ້ພາຍນອກ ຂາງໄຟໃຫ້ແຫ້ງແລ້ວບົດເປັນຜົງປະສົມກັບນໍ້າແລ້ວທາ ຫຼື ຕົ້ມເອົານໍ້າຊະລ້າງບໍລິເສນທີ່ເປັນ.

ຂໍ້ຄວນລະວັງ.

1. ຜູ້ຍິງທີ່ຖືພາບໍ່ຄວນຮັບປະທານ.

2. ຜູ້ປ່ວຍໂລກໄຕຄວນລະມັດລະວັງໃນການໃຊ້ເພາະໃບສົດຂອງຜັກເບ້ຍໃຫຍ່ມີກົດອອກຊາລິກສູງ ອີກຍັງມີປະລິມານໂພແທສຊ່ຽມສູງ ຈຶ່ງຄວນປຶກສາແພດກ່ອນ.

3. ຄົນທາດອ່ອນເຈັບທ້ອງງ່າຍບໍ່ຄວນຮັບປະທານ.

ຜັກພື້ນບ້ານ ແລະ ສະໝຸນໄພນີ້ແລະເປັນຢາຂະໜານເອກທີ່ຄົນບູຮານນຳມາໃຊ້ຮັກສາອາການຕ່າງໆແມ້ວ່າສະໄໝນີ້ຄົນເຈັບໄຂ້ໄດ້ປ່ວຍຈະຫັນໄປເພິ່ງແພດແຜນປັດຈຸບັນ ແຕ່ກໍ່ຍັງມີການນຳສະໝຸນໄພມາຮ່ວມໃຊ້ບຳບັດຮັກສາຢູ່ບໍ່ໜ້ອຍ ໜຶ່ງໃນນັ້ນກໍ່ຄື “ຜັກເບ້ຍໃຫຍ່” ຂອງດີໃກ້ຕົວທີ່ຫາໄດ້ບໍ່ຍາກເລີຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button