ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ໃນຕະຫຼອດໄລຍະເວລາທີ່ທາງດ່ວນເປີດໃຫ້ການບໍລິການ ຕັ້ງແຕ່ທ້າຍປີ 2021 ມາຈົນເຖິງວັນທີ 22 ເມສາ ກໍນັບວ່າ ເປັນເວລາຫຼາຍເດືອນ ແຕ່ຍັງມີຫຼາຍອັນທີ່ຂອດບໍລິການ ແລະ ບັນຫາຫຍຸ້ງຍາກຍັງມີຫຼາຍ ເຊັ່ນ ລົດຕິດຍ້ອນປ່ອງບໍລິການບໍ່ເປີດ, ດອກໄຟເຍືອງທາງລ້ຽວ, ດອກໄຟອຸໂມງ, ລາຄາ,

ການແກ້ໄຂອຸບັດເຫດ ແລະອື່ນໆ ເຊິ່ງກ່ອນໜ້ານັ້ນ ໃນວັນທີ 4 ກຸມພາ 2021 ກະຊວງແຜນການ ແລະ ການລົງທຶນ ໄດ້ອອກແຈ້ງການໃຫ້ທາງດ່ວນແກ້ໄຂບັນຫາຕ່າງໆນັ້ນໃຫ້ໝົດໄປໂດຍກຳນົດເວລາໃຫ້ 120 ວັນ ຫຼື ປະມານ 4 ເດືອນ ຖ້ານັບມື້ອອກແຈ້ງການ ຫາມື້ມື້ນີ້ ຄືວັນທີ 5 ມິຖຸນາ 2021 ກໍເປັນເວລາ 120 ວັນໝາຍຄວາມວ່າ ທາງດ່ວນໝົດເວລາໃນການແກ້ໄຂຂອດບັນຫາຕາມກຳນົດກະຊວງ.
ນັບວ່າເປັນຄວາມໂຊກດີຂອງທາງດ່ວນມີເວລາໃນການແກ້ໄຂບັນຫາ ແລະ ໂອກາດດີອີກທີ່ຈະຖືເອົາໄລຍະທີ່ປະຊາຊົນບໍ່ໄດ້ໃຊ້ບໍລິການນີ້ມາປັບປຸງ ເພາະບໍ່ມີຄວາມຫຍຸ້ງຍາກສັບສົນ ແລະ ບໍ່ສ່ຽງອຸບັດເຫດອີກ.

ແຕ່ໃນທາງກັບກັນຢ້ານແຕ່ເຈົ້າຂອງທາງດ່ວນບໍ່ສາມາດແກ້ໄຂວັນຫາຕ່າງໆໄດ້ ແລະອາດເປັນໄປໄດ້ສູງທີ່ຈະຫັນການແກ້ໂຕວ່າເປັນຍ້ອນສະພາບການລະບາດໂຄວິດ-19 ແລະ ຂໍຕໍ່ເວລາອີກ.

.
