ຂ່າວດ່ວນ
ອຸບັດຕິເຫດ ລົດໃຫຍ່ຕໍາລົດຈັກແລ້ວຫນີໜ້າຕາເສີຍ


ໃນວັນທີ່ 30.01.2021 ເວລາ 09:44ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດໃຫຍ່+ລົດຈັກ ຕຳແລ້ວຫນີ ຢູ່ເສັ້ນທາງບ້ານປາກເຊືອງ ນະຄອນຫລວງພະບາງ


ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບເພດຊາຍ02ຄົນອາການບາດເຈັບເບື້ອງຕົ້ນ:


ຜູ້ທີ່01:ມີບາດແຜຈີກຢູ່ແຂນສອກແລະເຈັບຫົວເຂົ່າເບື້ອງຊ້າຍ
ຜູ້ທີ່02:ມີບາດແຜເລີ້ນຢູ່ມື,ຫົວເຂົ່າແລະຕີນທັງສອງເບື້ອງ.


ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໄດ້ທຳການປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງຫມໍແຂວງຫລວງພະບາງ


ພົບເຫັນອຸບັດຕິເຫດ, ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ