ວັນທີ 14 ມັງກອນ 2021 ນີ້ເວັບໄຊຣາຊະກິດຈານຸເບກຂາ ແຫ່ງຣາຊະອານາຈັກໄທ ໄດ້ເຜີຍແຜ່ຄຳພິພາກສາສານດີກາ ພິແນກຄະດີອາຍາຂອງຜູ້ດຳລົງຕຳແໜ່ງທາງການເມືອງລະຫວ່າງໄອຍະການສູງສຸດ(ໂຈດ) ແລະ ທ່ານທັກສິນ ຊີນນະວັດ.

ເລື່ອງຄວາມຜິດຕໍ່ໜ້າທີ່ຕຳແໜ່ງທາງຣາຊະການ ການຂັດກັນລະຫວ່າງປະໂຫຍດສ່ວນບຸກຄົນ ແລະປະໂຫຍດສ່ວນລວມ ຫຼື ຄະດີຮຸ້ນຊິນຄອບເປີເຣຊັນ ທີ່ເກີດຂຶ້ນໃນຂະນະທີ່ດຳລົງຕຳແໜ່ງນາຍົກ ທີ່ເອີ້ນວ່າກະທຳການຝ່າຝືນກົດໝາຍ.

ພາຍຫຼັງພິຈາລະນາ ໄດ້ມີການລົງມະຕິໃຫ້ລົງໂທດຖານເປັນເຈົ້າໜ້າທີ່ລັດ ມີການຖືຮຸ້ນໃນບໍລິສັດທີ່ສຳປະທານ ຫຼື ເປັນຄູ່ຮ່ວມສັນຍາມີໂທດຕິດຄຸກ 2ປີ ແລະຖານເປັນພະນັກງານ ມີໜ້າທີ່ຈັດການ ຫຼື ເບິ່ງແຍງກິດຈະການໂດຍມີສ່ວນໄດ້ເສຍຜົນປະໂຫຍດສຳລັບຕົນເອງ ແລະຜູ້ອື່ນໂທດຕິດຄຸກ 3ປີ ລວມເປັນ 5 ປີ.
