ສ້າງຄອບຄົວຫຼາຍປີແລ້ວແຕ່ບໍ່ມີລູກເປັນບັນຫາທີ່ໂສກເສົ້າຈທີ່ສຸດ ແຕ່ມື້ນີ້ເຮົາມາຮຽນຮູ້ນຳກັນວ່າທ່ານແດ່ເປັນຜູ້ທີ່ມີລູກຍາກນັ້ນທ່ານໄດ້ກີນອາຫານຈຳພວກນີ້ຖືກວິທີແລ້ວບໍ່. ເພາະການເລືອກກີນອາຫານໃຫ້ ຖືກຕ້ອງ ກໍຊ່ວຍເພີ່ມອັດຕາການຕັ້ງມົດລູກໄດ້ດີຂຶ້ນ ສະນັ້ນເຮົາມາລອງເບິ່ງກັນວ່າ ຖ້າຢາກມີລູກ ມີລູກຍາກ ຄວນກິນຫຍັງແດ່?

# ອາຫານສຳລັບຄົນທີ່ຢາກມີລູກ ຫຼື ມີລູກຍາກ
1 ປາແຊນມອນທຳມະຊາດ ແຊລມອນ ເປັນແຫຼ່ງຂອງໂອເມກ້າ3 ຊຶ່ງກົດໄຂມັນດີທີ່ໄດ້ນີ້ ເຮັດຫນ້າທີ່ເປັນສ່ວນປະກອບຂອງຮໍໂມນ ນອກຈາກນີ້ຍັງງຊ່ວຍໃນການທຳງານຂອງສະຫມອງ ແລະ ຊ່ວຍຄວບຄຸມການເປັນປະຈຳເດືອນໃຫ້ສະຫມໍ່າສະເໝີ ນອກຈາກ ປາແຊລມອນແລ້ວ ປາທະເລເລິກອື່ນໆ ກໍເປັນແຫຼ່ງໂອເມກ້າ 3 ເຊັ່ນກັນ ຫລື ວ່າ ຖ້າບໍ່ກິນປາກໍຍັງຫາແຫຼ່ງໂອເມກ້າ 3 ໄດ້ຈາກພືດ ເຊັ່ນ ເມັດແຟລກສ໌ ແລະ ວອນນັດສ໌ ( Flax seeds and walnuts )
2 ແກ່ນຫມາກອຶ: ແກ່ນຫມາກອຶອຸດົມໄປດ້ວຍທາດເຫຼັກ, ການສຶກສາພົບວ່າແມ່ຍິງທີ່ບໍລິໂພກທາດເຫຼັກເປັນປະຈໍາມີໂອກາດທີ່ພົບບັນຫາໃນການຖືມານ້ອຍກວ່າ 40% ໂດຍວິທີຈະເຮັດໃຫ້ແກ່ນຫມາກອຶແຊບຂຶ້ນຄວນເພີ່ມເກືອ ແລະ ພິກໄທ. ເພາະແກ່ນຫມາກອືເປັນແຫຼ່ງທີ່ໃຫ້ທາດສັງກະສີສູງຊ່ວຍເພີ່ມອັດຕາການຖືພາຂອງຜູ້ຍິງ
3 ຖົ່່ວ: ຖົ່ວມີສານຫານຫລາຍຊະນິດເຕັມໄປດ້ວຍໂປຣຕິນ, ໂຟເລດ ແລະ ທາດເຫຼັກ ເຊິ່ງຖົ່ວຍັງເປັນທີ່ຮູ້ຈັກກັນດີ ເພື່ອເພີ່ມຄວາມອຸດົມສົມບູນຂອງຄວາມຕ້ອງການທາງເພດຂອງແມ່ຍິງ ແລະ ລະດັບທາດເຫຼັກໃນຮ່າງກາຍນໍາໄປສູ່ການຜະລິດໄຂ່ແຂງແຮງ, ການກິນຖົ່ວຈະເຮັດໃຫ້ການຜະລິດໄຂ່ກັບມາແຂງແຮງຫຼາຍຂຶ້ນແລະ ຖົ່ວຍັງມີສານຊ່ວຍເພີ່ມໂອກາດການຖືພາ ດ້ວຍກາຮກຳຈັດຮໍໂມນ ສ່ວນເກີນໃນຮ່າງກາຍ
4 ບາດໄມ້ຈໍາພວກເບິຣິ: ໝາກໄມ້ຈໍາພວກເບິຣິເຕັມໄປດ້ວຍສາມນຕ້ານອະນຸມູນອິດສະຫຼະທີ່ປ້ອງກັນຮັງໄຂ່ຈາກຄວາມເສຍຫາຍ ແລະ ໝາກໄມ້ຈໍາພວກເບິຣິ ບໍ່ພຽງມີວິຕາມິນຊີ ໂຟເລດ ສູງເທົ່ານັ້ນ ແຕ່ຍັງເຕັມໄປດ້ວຍສານຕ້ານອະນຸມູນອິດສະຫລະທີ່ຊ່ວຍ ເພີ່ມໂອກາດການຖືພາໄດ້ ເພາະສານຕ້ານອະນຸມູນອິດສະຫລະຈະຊ່ວຍຫລຸດຄວາມເສຍຫາຍຕໍ່ເຊລສືບພັນ ທັງເຊື້ອອະສຸຈິ ແລະ ໄຂ່ ຈາກສານອະນຸມູນອິດສະຫລະທີ່ສ້າງຂຶ້ນໃນຮ່າງກາຍ
5 ຫອຍນາງຣົມ (Oyster): ຫອຍນາງຣົມມີແຮ້ທາດສັງກະສີ ຊຶ່ງເປັນແຮ່ທາດທີ່ສຳຄັນຕໍ່ການກະຕຸ້ນຮວຍໄຂ່ ໃຫ້ຜະລິດໄຂ່ທີ່ມີຄຸນນະພາບພຣ້ອມສຳລັບການປະຕິສົນທິ ດັ່ງນັ້ນການກີນຫອຍນາງຣົມເປັນປະຈຳ ຈຶ່ງເຮັດໃຫ້ມີໂອກາດຕັ້ງທ້ອງຫຼືຖືພາຫລາຍກວ່າເດີມ ໂດຍສະເພາະຫາກທານໃນຊ່ວງກ່ອນເຖິງມື້ຕົກໄຂ່ປຣະມານ 1 ອາທິດດ້ວຍແລ້ວ ຮັບຮອງເລຍວ່າບໍ່ດົນເຈົ້າຈະໄດ້ມີລູກສົມໃຈແນ່ນອນ
6 ຜັກໃບຂຽວເຂ້ມອື່ນໆ ຫຼື ຜັນສີຂຽວ ເປັນແຫຼ່ງຂອງທາດເຫຼັກ ແລະໂຟເລດ ທາດເຫຼັກມີຄວາມສໍາຄັນຢ່າງຍິ່ງ ຕໍ່ຊ່ວງການມີປະຈຳເດືອນ ຫລື ໄຂ່ຕົກ ແລະ ເສີມທາດເຫຼັກສະສົມ ໄວ້ ຕັ້ງແຕ່ກ່ອນຕັ້ງທ້ອງຫຼືຖືພາຈະຊ່ວຍຫລຸດພາວະພະຍາດໂລຫິດເລືອດຈາງໄດ້. ນອກນັ້ນສານໂຟເລດ ຫລື ກົດໂຟລິກ (Folic Acid) ເປັນອີກສານອາຫານທີ່ສຳຄັນຂອງການຖືພາຕອນການເລີ່ມຖືພາ ການເສິມໂຟເລດ ຈະຊ່ວຍພັດທະນາສະຫມອງ, ຫົວໃຈແລະເສັ້ນປະສາດໃນເດັກນ້ອຍ: ຫລຸດໂອກາດສ່ຽງທີ່ລູກຈະພິການ ແລະຍັງຊ່ວຍຫຼີກລ້ຽງພາວະແຊກຊ້ອນໃນການຖືພາດ້ວຍ

7 ມັນຝຣັ່ງ: ມັນຝຣັ່ງອົມເປັນແຫຼ່ງວິຕາມິນຊີທີ່ດີມີປະສິດທິພາບໃນການຮັກສາຂໍ້ບົກພ່ອງ ເມື່ອຮັງໄຂ່ຂອງແມ່ຍິງປ່ອຍຮໍໂມນບໍ່ພຽງພໍ ເຊິ່ງຈະຊ່ວຍໃນການຖືພາ.
8 ຜັກກະຫຼ່ຳປີ: ໃນກະຫຼ່ຳປີມີໂຟເລດສູງຫລາຍ ຊຶ່ງສານອາຫານຊະນິດນີ້ກໍຈະຊ່ວຍເພີ່ມໂອກາດໃນການຕັ້ງທ້ອງໄດ້ຫລາຍຢິ່ງຂຶ້ນ ໂດຍສາມາດນຳມາກີນໄດ້ຫຼາຍວິທີເຊັ່ນກັນ ແຕ່ບໍ່ຄ່ອຍແນະນຳໃຫ້ກີນແບບດິບໆ ເພາະກະຫຼ່ຳປລີຈະເຮັດໃຫ້ເກີດແກສ໌ໃນກະເພາະ ສົ່ງຜົນໃຫ້ມີອາການທ້ອງອືດ ແໜ້ນທ້ອງ ຫລືອາດເກີດອາການກົດໄຫຼຢ້ອນໄດ້ນັ້ນເອງ
9 ອະໂວຄາໂດ: ຢາກມີລູກຕ້ອງກີນອະໂວຄາໂດ ຊຶ່ງກໍເປັນຫມາກໄມ້ອີກຊະນິດໜຶ່ງທີ່ກີນ. ຢາກມີລູກຄວນກີນຫລາຍທີ່ສຸດ ເຖິງແມ່ນວ່າຈະເປັນຄົນມີລູກຍາກ ແຕ່ຖ້າໄດ້ກີນອະໂວຄາໂດເປັນປະຈຳ ກໍຈະຊ່ວຍເພີ່ມໂອກາດໃນການມີລູກໃຫ້ສູງຂຶ້ນ