ຄົນບູຮານເຊື່ອວ່າ ຕົ້ນທອງອຸໄຣຈະຊ່ວຍເສີມໂຊກຊະຕາຂອງຜູ້ປູກ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ມີເງີນມີທອງ ລຳລວຍ ສົມດັ່ງຊື່ທອງອຸໄຣ ແລະ ອີກຊື່ໜຶ່ງຂອງທອງອຸໄຣ ກໍຄື “ດອກຮ້ອຍທອງ” ຊຶ່ງກໍຖືວ່າ ເປັນມົງຄຸນດ້ວຍເຊັ່ນກັນ ນອກຈາກນັ້ນກໍ່ຍັງມີຄວາມເຊື່ອກັນວ່າ ທອງອຸໄຣ ຈະຊ່ວຍເສີມວາດສະຫນາ ຊ່ວຍໃຫ້ຜູ້ທີ່ປູກຕົນໄມ້ນີ້ ມີກຽດແລະມີຕຳແໜ່ງສູງອີກດ້ວຍ. ນອກຈາກນີ້ຕົ້ນທອງອຸໄຣຍັງສາມາດໃຊ້ເປັນຢາຮັກສາໂລກເບົາຫວານ ແລະ ໂລກກ່ຽວກັບບັນຫາທາງເດີນອາຫານໄດ້ອີກດ້ວຍ

ການປູກຕົ້ນທອງອຸໄຣ: ຄວນໃຫ້ຫົວໜ້າຄອບຄົວເປັນຜູ້ລົງມືປູກ ເພື່ອໃຫ້ໄດ້ພະລັງແຫ່ງດວງຊະຕາ ແລະຄວນຈະປູກທອງອຸໄຣ ໄວ້ທາງທິດເໜືອຂອງບ້ານເຮົາ ຈຶ່ງຈະເອື້ອໃຫ້ອິດທິພົນມົງຄຸນຂອງໄມ້ນີ້ ໄດ້ເກື້ອໜຸນເສີມສົ່ງດວງຊະຕາ ຂອງຜູ້ເປັນເຈົ້າຂອງບ້ານໄດ້ດີ

ແຕ່ຖ້າທິດເໜືອເປັນທິດຊຶ່ງຢູ່ທາງດ້ານຫຼັງຂອງບ້ານ ແລະ ບໍ່ມີພື້ນທີ່ບ່ອນປູກໄດ້ໃນບໍລິເວນຫຼັງບ້ານ ແຕ່ກໍຍັງໃຫ້ປູກຢູ່ໜ້າບ້ານກໍ່ໄດ້ ແຕ່ໃຫ້ມັນງ່ຽງໃຫ້ຄ່ອນຂ້າງມາທາງທິດເໜືອ. ສາມາດຈະເລີນເຕີບໂຕໄດ້ດີໃນດິນຮ່ວນທຸກຊະນິດ ຊຶ່ງຄວາມຊື້ນປານກາງ ລະບາຍນ້ຳໄດ້ດີ ມັກແສງແດດ

ທອງອຸໄຣ ມີດອກສີເຫຼືອງສົດໃສ ປູກງ່າຍ ເກິດງ່າຍ ໃນເຂດຮ້ອນທົ່ວໄປ ບໍ່ຄວນປູກໃນບ່ອນມີລະດັບນ້ຳໃຕ້ດິນສູງ ນິຍົມປູກຂ້າງຖະໜົນ ເກາະກາງຖະໜົນ ຫລື ປູກມຸມໃດມຸມໜຶ່ງຂອງບ້ານທີ່ແດດສ່ອງເຖິງ ຂະຍາຍພັນໄດ້ງ່າຍຫລາຍທັງເມັດແລະຕອນກິ່ງ. ນອກຈາກນີ້ ທອງອຸໄຣຍັງມີອີກຫຼາຍສີ ຫຼາກຫຼາຍສາຍພັນ ທັງສີແດງ (ມັກອາກາດເຢັນ) ສີສົ້ມ ສີເຫຼືອງອົມສົ້ມ ສີເຫຼືອງທອງ.

ຄຳເຕືອນ: ບໍ່ແມ່ນປູກແລ້ວນອນຖ້າລວຍ ແຕ່ເຮົາປູກເຮົາຈະມີໂຊກຊະຕາຫາເງີນຫາຄຳກໍ່ມີໂອກາດໄດ້ຫຼາຍກວ່າເດີມ