ສັບພະຄຸນພຶດ

ພືດ 5 ຊະນິດທີ່ຄວນຫາມາປູກໄວ້ໃນບ້ານເພື່ອໄລ່ຍຸງ

ຕົ້ນ​ໄມ້ 5 ຊະນິດທີ່​ຄວນ​ປູກ​ໄວ້ໃນ​ບ້ານໄລ່ຍຸງ: ຂໍ້​ດີຂອງ​ການ​ປູກ​ຕົ້ນ​ໄມ້ນີ້ ບໍ່​ແມ່ນ​ພຽງຊ່ວຍ​ໃນ​ເລຶ່ອງອາຫານຂອງເຮົາ​​ເທົ່າ​ນັ້ນ ແຕ່​ຍັງມີ​ປະໂຫຍດ​ອື່ນ ທີ່​ເປັນ​ຂໍ້​ດີ ຂອງ​ຄົນ​ໃນ​ບ້ານ​ເຮົາ ນັ້ນ​ຄື ຕົ້ນ​ໄມ້​ທີ່​ສາມາດໄລ່ຍຸງໄລ່ແມງ​ໄດ້ ມື້​ນີ້ເຮົາ​ມາເບີ່ງ 5 ຕົ້ນ​ໄມ້ ທີ່​ຈະຊ່ວຍໄລ່ຍຸງ ໄດ້ສະນັ້ນພວກເຮົາມາເບິ່ງ​ນຳກັນວ່າ​ມີ​ຕົ້ນ​ຫຍັງ​ແດ່.

1 ຕົ້ນກະເພົາ

 ເປັນ​ຕົ້ນ​ທີ່​ມີ​ທຸກ​ບ້ານ ໄວ້​ກໍ​ດີ​ ເພາະ​ເມ​ນູ ຜັກ​ກະ​ເພົາມາເອົາປຸ່ງແຕ່ງອາຫານສຳລັບ​ຄົນເຮົາແຕ່​ຍັງ​ບໍ່​ຮູ້ ວ່າ​ຕົ້ນ​ກະ​ເພົາ​ໄ ລ່ຍຸງ ໄ ດ້ ສຳລັບ​ເຮົາ ກິ່ນ​ຂອງ​ຕົ້ນ​ກະ​ເພົາ ອາດ​ຈັດ​ໄດ້​ວ່າ​ຫອມ ແຕ່​ກັບ​ຍຸງ​ກໍ່ຢ້ານ​ເມື່ອຍຸງເຫັນແລ້ວ​ບິນ​ໜີ ໄປ​ເລີຍ​ ວິທີ​ການ​ໃຊ້​ກໍ​ງ່າຍ​ງ່າຍ ພຽງ​ນຳ ໃບ​ກະ​ເພົາ​ມາປວດ ແລ້ວ​ທາ​ຕາມ​ຕົວ ຮັບຮອງ​ວ່າ​ບໍ່ມີຍຸງ​ກ້າ​ເຂົ້າ​ໃກ້​ແນ່ນອນ

2. ຫົວສີໄຄ

​ຫົວສີໄຄ ສາມາດ ໄ ລ່ຍຸງ​ໄດ້ ເພາະ​ມີ ຜະລິດຕະພັນໄລ່ຍຸງ​ອອກ​ມາ​ຫລາຍ​ຍີ່​ຫໍ້​ ຖ້າ​ເຮົາ​ເອົາ​ມາ​ປຸກ​ໄວ້ ອ້ອມ​ບ້ານ​ຮັບຮອງ ບໍ່​ມີຍຸງເຂົ້າ ​ແນ່ນອນ ແຕ່​ຈະ​ເອົາ​ມາທາ​ຕົວ​ກໍ​ໄດ້ ຫື​ເຜົ້າ ໄ ລ່ຍຸງ ​ກໍ​ໄດ້​ ຕົ້ນ​ຫວົສີໄຄນັ້ນ ປູກ​ງ່າຍໃຊ້​ເຫງົ້​າ​ໄປ​ຝັງ​ດິນ ຈະ​ປູກ ໃສ່​ກະ​ຖາງ​ເອົາ​ໄວ້ ທີ່​ລະະ​ບຽງ​ກໍ​ໄດ້ ເມື່ອຍຸງ​ໄດ້​ກິ່ນນ້ຳມັນ​ຫົວສີໄຄ​ອອກ​ມາ ມັນ​ກໍ​ບໍ່​ກ້າ ຜ່ານ​ແລ້ວ

3. ຫອມລາບ

ຫອມລາບກໍເປັນພືດທີ່ຄົນເຮົາມັກເອົາປຸ່ງແຕ່ງກັບອາການທີ່ໂດຍສະເພາະແມ່ນລາບ ແຕ່ເຮົາຍັງບໍ່ຮູ້ວ່າມັນເປັນພຶດທີ່ສາມາດໄລ່ຍຸງໄດ້. ແຕ່ມື້ນີ້ເຮົາກໍ່ເອົາໃຫ້ທຸກຄົນໄດ້ຮູ້ນຳກັນວ່າ ຫອມລາບສາມາດໄລ່ຍຸງໄດ້ເຊັ່ນເຮົາເອົາຫອມລາບນັ້ນມາບີບແລ້ວຈະໄດ້ນ້ຳອອກມາແລ້ວເອົາໄປທາໃສ່ຜິວເລີຍກໍ່ສາມາດປ້ອງກັນບໍ່ໃຫ້ຍຸງມາໃຫ້ເຮົາອີກ.

4. ຫົວກະທຽມ

ກໍເປັນພືດທີ່ຄົນເຮົາມັກເອົາປຸ່ງແຕ່ງກັບອາການເກືອບທຸກມື້ ສະນັ້ນຄຸນຄ່າຂອງມັນກໍ່ຍັງສາມາດໄລ່ຍຸງໄດ້ເຊັ່ນກັນ ເພາະຍຸງບໍ່ມັກກິ່ນຂອງຫົວກະທຽມຈື່ງເຮັດໃຫ້ຍຸງບໍ່່ກ້າເຂົ້າມາໄກ້

5. ໂຫລະພາ

ສາມາດ​ປຸກ​ຕົ້ນ​ໂຫລະ​ພາ ໄດ້​ທົ່ວ​ບ້ານ​ແລ້ວ ຕໍ່ໄປ ກໍ​ບໍ່​ຕ້ອງ ກັງວົນຍຸງ ທັງແມງອື່ນໆອີກດ້ວຍ ເພາະຕົ້ນໄມ້ ໂຫລະພາ ມີກີ່ນສາມາດປ້ອງກັນບໍ່ໃຫ້ຍຸງເຂົ້າມາໃກ້ເຮົາໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button