ຕຳລາຢາພື້ນເມືອງໄດ້ນຳໃຊ້ໃບເຕີຍປິ່ນປົວພະຍາດທີ່ຄາດວ່າມີສາເຫດມາຈາກອະນຸມູນອິດສະຫຼະ ເຊັ່ນ ພະຍາດເບົາຫວານ, ຫລຸດນໍ້າຕານໃນເລືອດ, ຫຼຸດຄວາມດັນເລືອດ ຫອບຫືດ ດັບພິດໄຂ້ ພະຍາດຜິວໜັງ ພະຍາດຂໍ້ກະດູກ ບັນເທົາອາການປວດຕາມເສັ້ນເອັນ ຊ່ວຍປິ່ນປົວອາການອັກເສບ ຊ່ວຍປ້ອງກັນບໍ່ໃຫ້ເລືອດແຂງຕົວ ແລະຊ່ວຍບຳລຸງຜິວພັນໄດ້ອີກດ້ວຍ.

ນອກນັ້ນ ໃບເຕີຍ ຍັງຊ່ວຍບຳລຸງຫົວໃຈ ແລະຊ່ວຍຫຼຸດອັດຕາການເຕັ້ນໄວຂອງຫົວໃຈ ເພາະວ່າການດື່ມນ້ຳໃບເຕີຍ ນອກຈາກຈະຊ່ວຍແກ້ຫິວກະຫາຍ ແລະຄາຍຄວາມຮ້ອນໄດ້ແລ້ວ ກິ່ນຫອມຂອງໃບເຕີຍ ຍັງຊ່ວຍເຮັດໃຫ້ຮ່າງກາຍ ແລະຈິດໃຈສົດຊື່ນ-ຜ່ອນຄາຍນຳອີກ.

ວີທີໃຊ້ຮັກສາເບົາຫວານ,ຫລຸດນໍ້າຕານໃນເສັ້ນເລືອດ
ນຳເອົາຮາກຂອງໃບເຕີຍປະມານ 1 ຂີດ ມາລ້າງໃຫ້ສະອາດແລ້ວສັບເປັນທ່ອນນ້ອຍໆ ອລ້ວເອົາໄປຕົ້ມກັບນໍ້າປະມານ 1 ລິດໃຫ້ເດືອດ.ຈາກນັ້ນ, ກໍ່ລໍປະມານ 15-20 ນາທີ ແລ້ວກໍ່ນຳນໍ້າທີ່ຕົ້ມໄດ້ນັ້ນມາດືມ,ດືມຄັ້ງລະປະມານ 1 ຈອກ.ດືມມ້ືລະ 3 ຄັ້ງ ຫລື 3 ຈອກ. ຫລື ໃຊ້ໃບເຕີຍຮ່ວມກັບສະຫມຸນໄພອື່ນ ໂດຍເອົາໃບເຕີຍປະມານ 32 ໃບ, ໃບສັກ 9 ໃບ ມາຕາກແດດ ແລ້ວເອົາ ຊົງນ້ຳດືມ ຫລື ແຊ່ ນ້ຳອຸ່ນປະມານ 10-15 ນາທີ ແລ້ວດືມທຸກວັນກໍ່ຊ່ວຍປ້ອງກັນ, ຮັກສາເບົາຫວານໄດ້ເຊັ່ນກັນ.

ເນື່ອງຈາກ ໃບເຕີຍມີສັບພະຄຸນຫລາຍ. ປັດຈຸບັນຈື່ງມີການງານວິໄຈເຊີ່ງຜົນວິໄຈພົບວ່າ ນ້ຳໃບເຕີຍມີປະໂຫຍດ ແລະມີຄວາມຈຳເປັນຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ເພາະໃບເຕີຍປະກອບດ້ວຍວິຕາມິນ ແລະແຮ່ທາດສຳຄັນຫຼາຍຊະນິດ ເຊັ່ນ ເບຕ້າແຄໂຣທິນ ວິຕາມິນ C ວິຕາມິນ B ທາດແຄລຊຽມ ທາດເຫຼັກ ທາດຟອສຟໍຣັສ ນອກຈາກນີ້ຍັງມີໂປຣຕີນ ແລະໃຫ້ພະລັງງານແກ່ຮ່າງກາຍ ອີກດ້ວຍ.