ສັບພະຄຸນພຶດ

ຄວນຮູ້ໄວ້..​ສູດສະໝຸນໄພ ຂອງ ຫມາກອຶ ແກ້ບັນຫາຕາມົວ,ຕາຟາງ ຫຼື ແສບຕາເບິ່ງບໍ່ແຈ້ງ

ຫມາກອຶສ່ວນຫລາຍຄົນເຮົາມັກໃຊ້ເປັນອາຫານເຊັ່ນ ຕົ້ມກີນ,​ແກງ,​ໃຊ້ເຮັດນໍ້າຫວານ.​ສ່ວນຫລາຍຄົນເຮົາກໍ່ຍັງບໍ່ຮູ້ວ່າຫມາກອຶເປັນສະຫມຸນໄພທີ່ສູງຕໍ່ສາຍຕາຂອງເຮົາ,​ ສະນັ້ນ,​ມື້ເເອດຈື່ງຢາກນຳສະຫມຸນໄພຂອງຫມາກມານຳສະເຫນີໃຫ້ທຸກຄົນໄດ້ຊາບແລະໄດ້ນຳໄປທົດລອງໃຊ້..​ເຊີ່ງມີວິທີ ແລະ ຂັ້ນຕອນດັ່ງຕໍ່ໄປນີ້:

* ສູດນໍ້າໝາກອຶເຮັດກິນເຮັດຂາຍກໍ່ໄດ້

1. ໝາກອຶ 1 ໜ່ວຍ

2. ນໍ້າສະອາດ 2 ລິດ

3. ເກືອ 2 ບ່ວງຊາ

4. ນົມຈືດ 1 ກ່ອງ ( 200 ມິນລີລິດ )

5. ນໍ້າຕານ 12 ບ່ວງໂຕະ

* ວິທີເຮັດ

1. ລ້າງໝາກອຶໃຫ້ສະອາດ

2. ປອກເປືອກອອກ ໂດຍຢ່າໃຫ້ມີສ່ວນທີ່ເປັນສີຂຽວຂອງເປືອກ

3. ຊອຍໝາກອຶໃຫ້ເປັນຕ່ອນຂະໜາດ 1 ນີ້ວ

4. ຕົ້ມໝາກອຶປະມານ 15 ນາທີ ແລ້ວປະໄວ້ໃຫ້ເຢັນ

5. ນຳໝາກອຶທີ່ຕົ້ມແລ້ວມາບົດໃຫ້ລະອຽດ

6. ນຳໝໍ້ທີ່ມີນໍ້າຕົ້ມໝາກອຶທີ່ເຫຼືອຕັ້ງໄຟໃຫ່ຮ້ອນ ( ບໍ່ໃຫ້ຟົດ )

7. ຄ່ອຍໆເທໝາກອຶທີ່ບົດລະອຽດແລ້ວໃສ່ລົງໄປໃນໝໍ້

8. ຄ່ຽວໝາກອຶໂດຍໃຊ້ໄຟປານກາງພໍຮອນແຕ່ຍັງບໍ່ຟົດ

9. ໃສ່ນົມຈືດລົງໄປແລ້ງຄ່ຽວຕໍ່ 2 ນາທີ

10. ຕື່ມເກືອ ແລະ ນໍ້າຕານຄ່ຽວຈົນນໍ້າຕານລະລາຍຊີມລົດຊາດໃຫ້ມີລົດຊາດຫວານ

11. ໄປໄວ້ໃຫ້ເຢັນແລ້ວຕັກກິນໄດ້

ສຸດທ້າຍໃຫ້ຕື່ມຜົງອົບເຊຍລົງໄປແກ້ວນໍ້າໝາກອຶເລັກໜ້ອຍປະມານປາຍບ່ວງຊາຈະໄດ້ນໍ້າໝາກອຶອົບເຊຍທີ່ມີປະໂຫຍດດີຫຼາຍ

*ແນະນຳ: ຄົນທີ່ເປັນເບົາຫວານໃຫ້ຕື່ມນໍ້າຕານໜ້ອຍໜຶ່ງ ຫຼື ປ່ຽນເປັນນໍ້າຕານໝາກພ້າວແທນປະໂຫຍດດ້ານອື່ນຂອງໝາກອຶ

1. ໝາກອຶມີສານຕໍ່ຕ້ານອະນຸມູນອິດສະຫຼະທີ່ມີສ່ວນຊ່ວຍໃນການເຮັດໃຫ້ນານເຖົ້າ

2. ຊ່ວຍພື້ນບຳລຸງສຸຂະພາບຜິວໃຫ້ເປັ່ງປັ່ງສົດໃສ ແລະ ຊ່ວຍປົກປ້ອງຜິວບໍ່ໃຫ້ແຫ່ວຍານ– ຊ່ວຍບຳລຸງ ແລະ ຮັກສາສາຍຕາ

3. ໝາກອຶມີສ່ວນຊ່ວຍບຳລຸງສຸຂະພາບຮ່າງກາຍ

4. ແກ່ນໝາກອຶຊ່ວຍເຮັດໃຫ້ອາລົມດີເພາະມີສານຊ່ວຍໃນການສ້າງ Serotonin ຊຶ່ງມີຜົນຕໍ່ອາລົມ

5. ມີລິດໃນການຊ່ວຍລຸດລະດັບນໍ້າຕານໃນເລືອດ

6. ເປັນອາຫານທີ່ເໝາະກັບຜູ້ທີ່ຕ້ອງການຄວບຄຸມນໍ້ໜັກ ຫຼື ລົດຫຸ້ນເພາະມີໄຂມັນໜ້ອຍ

7. ມາກອຶມີໂປຮຕີນໄບໂອນິກຊຶ່ງມີສ່ວນເຮັດໃຫ້ເຊວມະເຣັງອ່ອນແອລົງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button