ໃນເມັດບົວນັ້ນ ອຸດົມໄປດ້ວຍວິຕາມິນເອ ວິຕາມິນຊີ ວິຕາມິນອີ ມີໂປຣຕີນປະມານ 23%.ເຊີ່ງ ແກ່ນບົວມີສັບພະຄຸນທັງຢາໃນເລື່ອງບຳລຸງສະຫມອງ, ບຳລຸງປະສາດ, ບຳລຸງຫມາກໄຂ່ຫລັງ,ປ້ອງກັນມະເຮັງຕັບ ເພາະຊ່ວຍໄປຂ້າເຊື້ອ ຊ່ວຍໃນຮັກສາຊຳເຮື້ອ.

ແກ່ນບົວໃຊ້ເປັນຢາບຳລຸງເລືອດ ຫລື ເພີ່ມເລືອດໄດ້ອີກດ້ວຍ. ໂດຍພາຍໃນແກ່ນບົວຈະມີບີສີຂຽວນ້ອຍໆເຊິ່ງມີຣົດຊາດຂົມຝາດແກ້ພະຍາດຫົວໃຈ, ກິນແກ່ນບົວຕ້ານມະເຮັງຕັບ, ບຳລຸງເສັ້ນປະສາດ.

ການຮັບປະທານແກ່ນບົວ ເພື່ອການບຳລຸງເລືອດແມ່ນການຮັບປະທານເມັດບົວສົດເທົ່ານັ້ນ ສ່ວນແກ່ນບົວທີ່ຜ່ານການແປຮູບມາແລ້ວ ຫລື ການນຳມາຕົ້ມໃຫ້ສຸກຈະໃຊ້ບໍ່ໄດ້.

ນອກນັ້ນແກ່ມບົວກໍ່ຍັງມີສັບພະຄຸນຊະລໍການເສື່ອມສະພາບຂອງອະໄວຍະວະ ແລະ ຜິວໜັງ , ປ້ອງກັນມະເຮັງ ໂດຍສະເພາະມະເຮັງຕັບ , ສ່ວນບີບົວມີລົດຊາດຂົມ ຂະຫຍາຍຫຼອດເລືອດຫົວໃຈ, ແກ້ກະຫາຍນ້ຳ, ແກ້ນ້ຳກາມເຄື່ອນເວລາຫຼັບ.

ແກ່ນບົວລົດຊາດຝາດຫອມ ບຳລຸງກຳລັງ, ບຳລຸງອາການຖອກທ້ອງ ແລະ ຖອກທ້ອງ ໄຂຂໍ້ ເຮັດໃຫ້ກະຊຸ່ມກະຊວຍ ແກ້ຮ້ອນໃນ, ແກ້ໄອມີຂີ້ກະເທີ່, ແກ້ຮາກ, ແກ້ຮ່າງກາຍອ່ອນເພຍ ເພີ່ມໄຂມັນໃນຮ່າງກາຍ , ເປືອກຝັກ ມີລົດຊາດຝາດຫອມ ແກ້ຖອກທ້ອງ, ສະຫມານແຜໃນມົດລູກ..