ດ່ວນ ຊ່ວຍກັນແຊ ຕົວແທນຂາຍເລກບໍ່ພໍໃຈທີ່ທະນາຄານການຄ້າມີຟັງຊັນໃຫ້ຊື້ເລກຜ່ານແອັບBCEL one

ວັນທີ​ 15​ ກໍລະກົດ​ 2021​ ນີ້​ ມີກະແສກ່ຽວກັບທະນາຄານການຄ້າ​ມະຫາຊົນ​ ເພີ່ມຟັງຊັນໃນແອັບ Bcel​ One​ ສຳລັບການຊື້ຫວຍພັດທະນາຜ່ານແອັບ​ຂອງຕົນ​ໂດຍສັງຄົມມອງວ່າການກະທຳດັ່ງກ່າວຈະເປັນການເຮັດໃຫ້ຜູ້ຂາຍລາຍຍ່ອຍ ທີ່ອາໄສລາຍໄດ້ເພີ່ມຈະຖືກຕັດໄປໃນຕົວ ແລະ​ ຍາດແຍ່ງລາຍໄດ້ຈາກພວກເຂົາ ທັງນີ້ກໍເພາະວ່າ ຄົນລາວກາຍເຄິ່ງໜຶ່ງຂອງປະເທດໃຊ້ແອັບທະນາຄານດັ່ງກ່າວ.

ເຊິ່ງຄວາມຈິງແລ້ວແອັບທະນາຄານອື່ນໆ​ ແລະແອັບຂອງເຄືອຂ່າຍໂທລະຄົມແຕ່ລະເຄືອຂ່າຍລ້ວນແຕ່ສາມາດຊື້ຫວຍໄດ້​ແຕ່ກໍຕາມແຕ່ປະຊາຊົນ ຈະບໍ່ກັງວົນເພາະຜູ້ໃຊ້ບໍ່ຫຼາຍ. ນອກຈາກນີ້ມີຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສວ່າ: ຄັດຄ້ານ ໃນນາມທີ່ຂ້ອຍເປັນຜູ້ໜຶ່ງທີ່ຖືຫຸ້ນໃນ ທະນາຄານການຄ້າຕ່າງປະເທດລາວ (ມະຫາຊົນ) ຂ້ອຍຂໍທັກທ້ວງແລະຄັດຄ້ານຕໍ່ການນຳເອົາການຊື້-ຂາຍເລກເຂົ້າໃນແອັບ BCEL One ເຫດຜົນຄື: 1. ເປັນການສົ່ງເສີມການພະນັນຫຼາຍເກີນໄປ: ຜູ້ຄົນໃຊ້ສະໝອງເຮັດວຽກໜ້ອຍລົງ ແຕ່ຈະໄປຄິດຫາແຕ່ການສ່ຽງໂຊກ ແລະສູນເສຍເງິນຈຳນວນບໍ່ໜ້ອຍໃນແຕ່ລະອາທິດ ອັນນຳມາເຊິ່ງຄວາມບໍ່ສະຫງົບສຸກພາຍໃນຄອບຄົວ.

ແລະເປັນການເບື່ອເມົາສັງຄົມໃຫ້ເພິ່ງແຕ່ບຸນວາດສະໜາແລະການພະນັນ ເປັນແບບຢ່າງທີ່ບໍ່ດີແກ່ເຍົາວະຊົນ ສົ່ງຜົນໃຫ້ຊັບພະຍາກອນມະນຸດຂອງຊາດຂາດຄຸນນະພາບ. 2. ເປັນການກິນຮວບພຽງຜູ້ດຽວຂອງຜູ້ສຳປະທານຫວຍພັດທະນາ: ຜູ້ມີລາຍໄດ້ໜ້ອຍແລະບໍ່ມີລາຍໄດ້ຈຳນວນຫຼວງຫຼາຍ ຖືເອົາການຂາຍເລກເປັນການຫາລາຍໄດ້ເສີມ. ດັ່ງນັ້ນ, ການເອົາການຊື້ເລກເຂົ້າໃນແອັບ ຈຶ່ງຖືເປັນການຕັດອາຊີບເສີມນີ້ໄປ ມີແຕ່ເຈົ້າຂອງທຸລະກິດຜູກຂາດລາຍໄດ້ພຽງຜູ້ດຽວ.

ຂ້ອຍຫວັງຢ່າງຍິ່ງວ່າ ລັດຖະບານກໍຄືຜູ້ບໍລິຫານທະນາຄານການຄ້າຕ່າງປະເທດລາວ(ມະຫາຊົນ) ຈະທົບທວນບັນຫານີ້ຄືນໃໝ່. ດ້ວຍຄວາມນັບຖື 15/7/21 ຊ່ວຍກັນເດີພີ່ນ້ອງ.

ກາຍເປັນປະເດັນຮ້ອນແຮງໃນສັງຄົມທັນທີ ພາຍຫຼັງຫວຍພັດທະນາໄດ້ເອົາຊ່ອງທາງຊື້ຫວຍລົງໃສ່ແອັບຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນແອັບ BCEL One ອັນທີ່ຂັດໃຈແຮງກໍຊິແມ່ນເລື່ອງລາຍຮັບຂອງຜູ້ຂາຍຫວຍ ຫຼື ເອີ້ນວ່າເປີເຊັນຈາກການຂາຍຂອງປະຊາຊົນທີ່ມານັ່ງຂາຍໃນແຕ່ລະງວດນັ້ນເອງ.

ໂດຍຄຳເຫັນສ່ວນໜຶ່ງບອກວ່າ ຄົນຂາຍເລກສ່ວນໃຫຍ່ເປັນນັກສຶກສາ ຫຼື ນັກຮຽນທີ່ບໍ່ຄ່ອຍມີເວລາ ແຕ່ຢາກຫາລາຍໄດ້ເພື່ອຊ່ວຍແບ່ງເບົາພາລະພໍ່ແມ່ ອີກສ່ວນໜຶ່ງກໍ່ແມ່ນຜູ້ທີ່ມີລາຍໄດ້ໜ້ອຍຍາດໂອກາດມາຂາຍເລກໃນເວລາບໍ່ເທົ່າໃດຊົ່ວໂມງ ເພື່ອຫາເງິນເພີ່ມໄປຊ່ວຍລາຍຮັບຄອບຄົວ…ຕ່າງໆນາໆ ຖ້າຫາກມີຊື້ຜ່ານແອັບຈະເຮັດໃຫ້ກຸ່ມນີ້ມີລາຍໄດ້ໜ້ອຍລົງ ເພື່ອລາຍຮັບຂື້ນກັບຍອດຂາຍນັ້ນເອງ.

ມີຄົນໜຶ່ງຍັງເວົ້າໃນໃຈວ່າ ຂ້ອຍໃນຖານະຜູ້ເສຍພາສີຜູ້ໜຶ່ງ ຂອງ ປຊຊລາວ ບໍ່ເຫັນດ້ວຍຕໍ່ການກ້າວໜ້າຂອງລະບົບໂຕນີ້ ຈາກການທີ່ຂ້ອຍລອງນັບເບິ່ງຮ້ານຂາຍເລກຕາມແຄມທາງ ນັບຕັ້ງແຕ່ ໄອເຕັກ ຈົນຮອດບ້ານດອນກອຍ ມີຢູ່ 23ຮ້ານ ສຳລັບຮ້ານຂາຍເລກ ແລະຫາກນັບອີກ ທາງໃນຮ່ອມ, ໃນຕະຫຼາດ, ຂາຍອອນໄລ ຂ້ອຍເຊື່ອວ່າໜ້າຈະມີເຖິງ 100 ກວ່າຮ້ານ (ໄອເຕັກ-ດອນກອຍ) ຂະໜາດວ່າ 2-3ບ້ານ ມີຮ້ານຂາຍເລກເຖິງ 100ຮ້ານ.

ນະຄອນຫຼວງ ມີຢູ່ 9 ຕົວເມືອງ 400 ກວ່າບ້ານ ຄິດວ່າໜ້າຈະມີຄົນຂາຍເລກຕໍ່າສຸດ ປະມານ 10.000 ກວ່າຄົນ (ຕົວເລກຕາມຄຳເຫັນສ່ວນໂຕ) ແລະລາຍໄດ້ຂອງຄົນຂາຍເລກ ຕາມການຖາມຄົນຮູ້ຈັກກໍປະມານ 60.000-80.000 ກີບ ຕໍ່ງວດ. 1 ອາທິດມີ 2 ງວດ ໄດ້ເງິນ120.000/ທິດ . 1ເດືອນ 480.000 ກີບ (ໄລ່ຕໍ່າໆ). ຄົນຂາຍເລກຢູ່ ນວ ມີ 10.000 * 480.000 = 4.800.000.000 (ສີ່ຕື້ແປດຮ້ອຍລ້ານ)ຖືວ່າເປັນເງິນຈຳນວນບໍ່ຫຼາຍສຳລັບບຸກຄົນແຕ່ ຕໍ່ກັບຜູ້ມີລາຍໄດ້ໜ້ອຍນັ້ນເປັນສິ່ງທີ່ດີທີ່ສຸດ ຍິ່ງເສດຖະກິດໃນຍາມໂຄວິດຍິ່ງບໍ່ຄວນມີແອັບຊື້ເລກເກີດຂຶ້ນ.

ແນວໃດກໍ່ຕາມ ສຳລັບແອັດໃນນາມຄົນກາງ ການຫຼິ້ນການພະນັນບໍ່ສົ່ງເສີມຢູ່ແລ້ວ ແຕ່ຄົນຈຳນວນບໍ່ໜ້ອຍກໍ່ຍັງນິຍົມ ແລະມັນຖືກກົດໝາຍ ເງິນກໍໃນຖົງຜູ້ຊື້ ສະນັ້ນ ການທີ່ມີລະບົບນີ້ຂຶ້ນມາກໍ່ດີ ສະດວກສະບາຍຕໍ່ການຊື້ ບໍ່ຈຳເປັນຕ້ອງໄປໃສກົດໄດ້ສັ່ງໄດ້ພຽງປາຍນີ້ວອີກຢ່າງຊ່ວຍຫຼຸດການຕິດໜີ້ ຂອງຄົນຈຳນວນໜຶ່ງ ມີເງິນຄ່ອຍຊື້ບໍ່ມີເງິນໃນບັນຊີຄືບໍ່ຕ້ອງຊື້ ສັງຄົມກໍ່ຈະໜ້າຢູ່ຫຼາຍຂຶ້ນ ບໍ່ຕ້ອງຕິດໜີ້ທວງໜີ້ອັນຍ້ອນສາເຫດຂອງການຫຼິ້ນຫວຍ.

ລອງໆມື້ແລງນີ້

Related Posts

Leave a Reply

Your email address will not be published. Required fields are marked *