ພະຍາດມະເຣັງເປັນພະຍາດທີ່ຄ້າຊີວິດຄົນເຮົາສູງຫລາຍທີ່ສຸດ ດັ່ງນັ້ນ ຫາກໃຜຢ້ານເປັນມະເຣັງຫລືເປັນມະເຣັງຢູ່ ການ ຮັກສາຈາກທາງການແພດຄອບຄູ່ກັບການກິນສະມຸນໄພເຫຼົ່ານີ້ໃຫ້ເປັນຢາບຳບັດມະເຣັງໄປພ້ອມໆ ກັນກໍນັບວ່າໜ້າສົນໃຈບໍ່ນ້ອຍ ແຕ່ກ່ອນອື່ນ ເຮົາມາເບິ່ງນຳກັນກ່ອນວ່າສະມຸນໄພຮັກສາມະເຣັງແລະຕ້ານມະເຣັງໄດ້ນັ້ນມີຫຍັງແດ່:
1. ຂີ້ໝິ້ນ
ຂີ້ໝິ້ນມີສານສຳຄັນທີ່ຊື່ Curoumin ໂດຍພະລັງຕໍ່ຕ້ານການອອກຊິໄດຊ໌ ( Oxidize ) ແລະ ຊ່ວຍຕ້ານການອັກເສບຊະນິດຮຸນແຮງ ນອກຈາກນີ້ ຍັງມີສ່ວນຊ່ວຍຂ້າເຊວລ໌ມະເຣັງໄດ້ຫຼາຍຊະນິດ ເຊັ່ນ ມະເຣັງກະເພາະອາຫານ ມະເຣັງລຳໄສ້ນ້ອຍ ມະເຣັງລຳໄສ້ໃຫຍ່ ມະເຣັງຮວຍໄຂ່ແລະມະເຣັງຜິວໜັງ ບໍ່ພຽງເທົ່ານັ້ນ ຂະມິ້ນຍັງພະລັງໃນການຕໍ່ຕ້ານໄວຣັດແບກທີເຣຍແລະຕ້ານເຊື້ອຣາໄດ້ເປັນຢ່າງດີດ້ວຍ

2. ວ່ານຫາງຈະຣະເຂ້
ວ່ານຫາງຈະຣະເຂ້ມີສານ Aloe-Emodin ທີ່ສາມາດກະຕຸ້ນ Macrophage ໃຫ້ອອກມາເຮັດຫນ້າທີ່ໃນການກຳຈັດເຊວລ໌ມະເຣັງແລະຍັງມີ Acemannan ທີ່ຈະຊ່ວຍກະຕຸ້ນພູມິຄຸ້ມກັນພະຍາດໄດ້ເປັນຢ່າງດີ ນອກຈາກນີ້ ວ່ານຫາງຈະຣະເຂ້ຍັງສາມາດກະຕຸ້ນການຈະເລີນເຕີບໂຕຂອງເຊວລ໌ທີ່ຜິດປົກກະຕິແລະຊ່ວຍຢັບຢັ້ງບໍ່ໃຫ້ເຊວລ໌ນັ້ນໆ ປ່ຽນມາເປັນເຊວລ໌ມະເຣັງໄດ້ອີກດ້ວຍ

3. ກະທຽມ ມີສັບພະຄຸນຊ່ວຍລຸດຄວາມດັນເລືອດສູງໄດ້ດີ ຊ່ວຍໃຫ້ເລືອດໄດ້ໄຫຼວຽນດີຂຶ້ນ ລຸດອາການເສັ້ນເລືອດຕີບ ໂດຍມີການວິໄຈພົບວ່າກະທຽມສາມາດລຸດຄວາມດັນເລືອດລົງໄດ້ ແລະຍັງສາມາດຢັບຢັ້ງມະເຣັງເຕົ້ານົມ ມະເຣັງຕ່ອມລູກໝາກ ມະເຣັງລຳໄສ້ໃຫຍ່ ມະເຣັງຫຼອດອາຫານ ມະເຣັງກະເພາະອາຫານ ມະເຣັງສະຫມອງ ແລະ ມະເຣັງຕັບອ່ອນ

4. ກະເພົາ
ສະມຸນໄພລິດຮ້ອນທີ່ມີກລິ່ນຫອມຢ່າງກະເພົາ ມັກນິຍົມນຳມາໃຊ້ໃນການແພດບູຮານຫຼາຍລະບົບ ນອກຈາກນີ້ ຍັງໃຊ້ປິ່ນປົວພະຍາດໃນລະບົບທາງເດີນອາຫານ ທາງເດີນຫາຍໃຈ ພະຍາດຫົວໃຈແລະຜິວໜັງ ເປັນຕົ້ນ

5. ມະຣະຂີ້ນົກ ມະຣະຂີ້ນົກ ມີສານທີ່ຊື່ວ່າ ຊາແຣນຕິນ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດຈຶ່ງປິ່ນປົວພະຍາດເບົາຫວານໄດ້ ອີກທັງສານຕ້ານອະນຸມູນອິດສະຫລະໄດ້ຢ່າງດີ ມີການພົບວ່າມະຣະຂີ້ນົກສາມາດຂ້າເຊວລ໌ມະເຣັງສະຫມອງ ມະເຣັງຕັບອ່ອນ ມະເຣັງລຳໄສ້ໃຫຍ່ ມະເຣັງເຕົ້ານົມ

6. ໃບບົວບົກ
ໃບບັວບົກມີສານ Asiaticoside ທີ່ຈະຊ່ວຍໃຫ້ບາດແຜຊຳເຮື້ອຫາຍໄດ້ໄວແລະຊ່ວຍເພີ່ມພູມິຄຸ້ມກັນພະຍາດໄດ້ດ້ວຍ

7. ຟ້າທະລາຍໂຈນ
ໃນປະເທດອິນເດຍມັກໃຊ້ຟ້າທະລາຍໂຈນເພື່ອຖືຮັກສາໄທຟອຍດ໌ ມາລາເຣຍ ແກ້ອັກເສບ ແລະກະຕຸ້ນພູມິຄຸ້ມກັນໃຫ້ແຂງແຮງ ນອກຈາກນີ້ ຟ້າທະລາຍໂຈນຍັງມີສານສຳຄັນທີ່ຊື່ Andrographolide ໂດຍມີຄຸນສົມບັດຊ່ວຍຢັບຢັ້ງເຊວລ໌ມະເຣັງໄດ້ຫຼາຍຊະນິດ

8. ໝາກຕູມ
ຜົນໝາກຕູມມີສານທີ່ສາມາດຢັບຢັ້ງມະເຣັງຕ່ອມໄທຮອຍດ໌ (Thyroid Cancer) ທັງຍັງພະລັງຫລືສານທີ່ຈະຊ່ວຍຢັບຢັ້ງໄວຣັດແລະຕໍ່ຕ້ານການອັກເສບໄດ້ເປັນຢ່າງດີ

9. ຫຍ້າປັກກິ່ງ
ນ້ຳຄັ້ນສົດຈາກຫຍ້າປັກກິ້ງມີສານສຳຄັນທີ່ຊື່ ໄກລໂຄດຟິງໂກໄລປິດສ໌ (ຈີ 1 ບີ) ໂດຍຈະອອກລິດປານກາງໃນການຊ່ວຍຢັບຢັ້ງເຊວລ໌ມະເຣັງເຕົ້ານົມແລະມະເຣັງລຳໄສໃຫຍ່ ນອກຈາກນີ້ ຍັງມີຄຸນສົມບັດຊ່ວຍປັບສົມດຸນຂອງລະບົບພູມິຄຸ້ມກັນ ຊ່ວຍຕ້ານການອັກເສບ ຕ້ານອະນຸມູນອິດສະຫລະ ຕ້ານການກາຍພັນຂອງຢີນສ໌. ຊຶ່ງເກີດມາຈາກສານທີ່ກໍ່ໃຫ້ເກີດການກາຍພັນຫຼາກຫຼາຍຊະນິດ ໂດຍສານໃນການນຳພາເອນໄຊມ໌ (DT-Diaphorase) ຊຶ່ງມີບົດບາດຊ່ວຍທຳລາຍສານພິດອັນເປັນສານກໍ່ມະເຣັງໄດ້ຢ່າງມີປະສິດທິພາບ ເຊັ່ນ ອະຟລາທັອກຊິນ ແລະ ຍັງສາມາດລຸດຄວາມຮຸນແຮງໃນການແພ່ກະຈາຍຂອງມະເຣັງຈາກການທົດລອງໃນໜູໄດ້ອີກດ້ວຍ

ສະມຸນໄພຮັກສາມະເຣັງທັງ 9 ຊະນິດນີ້ ລ້ວນຜ່ານການທົດລອງວິໄຈມາແລ້ວທັງສິ້ນວ່າສາມາດຖືຮັກສາແລະຕ້ານມະເຣັງໄດ້ ໂດຍມີບົດບາດໃນການຢັບຢັ້ງການຈະເລີນເຕີບໂຕຂອງເຊວລ໌ທີ່ຜິດປົກກະຕິ ບໍ່ໃຫ້ແປມາເປັນເຊວລ໌ມະເຣັງແລະຊ່ວຍຂ້າເຊວລ໌ມະເຣັງໃຫ້ຕາຍລົງໄດ້ອີກດ້ວຍ
ຢ່າງໃດກໍດີ ການຫັນມາບຳບັດຮັກສາຈາກທາງການແພດ ຮ່ວມກັບການໃຊ້ສະມຸນໄພບຳບັດມະເຣັງດ້ວຍກໍນັບວ່າເປັນອີກໜຶ່ງທາງເລືອກທີ່ໜ້າສົນໃຈບໍ່ນ້ອຍ