ຂ່າວດ່ວນ

ກອງບັນຊາການທະຫານແຂວງບໍ່ແກ້ວ ປິດການແຂ່ງຂັນກິລາ ວັນທີ 18 ມັງກອນ2021

ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ປິດຂະບວນການແຂ່ງຂັນກິລາປະຈຳປີ 2020, ເພື່ອຂໍ່ານັບຮັບຕອນວັນສໍາຄັນຕ່າງໆ ຂອງຊາດ ຂອງພັກ ຂອງກອງທັບ ເວົ້າລວມເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ.

ເຂົາຮ່ວມມີ ສະຫາຍ ພັນ ເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາຄະນະພັກ ກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ – ຄະນະບັນຊາ 5 ຫ້ອງ, ພະແນກການກ່ຽວຂ້ອງ, ກົມກອງອ້ອມຂ້າງ, ພະນັກງານ – ນັກຮົບ ຕະຫຼອດຮອດນັກກິລາທົ່ວທະຫານແຂວງເຂົ້າຮ່ວມ.

ການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີ 2 ປະເພດຄື: ບານສົ່ງຊາຍ ແລະ ເປຕັງປະສົມ ຍິງ-ຊາຍ. ຕະຫຼອດໄລຍະການແຂ່ງຂັນສ້າງໄດ້ຄວາມສາມັກຄີ, ມີບັນຍາກາດ ເບີກບານມ່ວນຊື່ນ, ກໍາມະການຕັດສິນຕ້ອງມີຄວາມຍຸຕິທໍາບົນພື້ນຖານປະຕິບັດຕາມກະຕິກາໃຫ້ເຂັ້ມງວດ, ນັກກິລາແຕ່ລະສະຫາຍ ຕ້ອງເຊີດຊູສະຕິເປັນເຈົ້າໃນການປະຕິບັດກົດລະບຽບຂອງການແຂ່ງຂັນ.

ຈັນຍາບັນຂອງນັກກິລາ, ອົດທົນຮູ້ແພ້ ຮູ້ຊະນະ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ. ຜ່ານການແຂ່ງຂັນໃນໄລຍະຜ່ານມາສາມາດສະຫຼຸບຜົນ ໄດ້ຮັບດັ່ງນີ້: ບານສົ່ງຊາຍ ອັນດັບທີ 1 ຫ້ອງພະລາທິການ, ອັນດັບທີ 2 ໂຮງໝໍທະຫານແຂວງບໍ່ແກ້ວ

ອັນດັບທີ 3 ຫ້ອງການເມືອງ ແລະ ກີລາເປຕັງປະສົມ ຊາຍ-ຍິງ ອັນດັບທີ 1 ກອງຮ້ອຍ 14, ອັນດັບທີ 2 ຫ້ອງການເມືອງ, ອັນດັບທີ 3 ຫ້ອງພະລາທິການ. ໂດຍ: ວໍລະສິດ ພິດສະຫາຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button