4 ໂລກຮ້າຍຮັກສາໄດ້ ດ້ວຍພືດໃກ້ຕົວ ຫາງ່າຍໄດ້ປະໂຫຍດພ້ອມ ມີດັ່ງນີ້:

ໂລກເບົາຫວານ
ມີການວິໄຈພົບວ່າ ເຄື່ອງດື່ມນ້ຳໝາກແຄ້ງສາມາດຫຼຸດລະດັບອະນຸມູນອິດສະຫຼະ ໃນເລືອດຂອງໜູທີ່ເປັນໂລກ ເບົາຫວານໄດ້ ເຮັດໃຫ້ໄຂມັນບໍ່ດີແລະລະດັບນ້ຳຕານໃນເລືອດຫຼຸດລົງ ດັ່ງນັ້ນ ການໃຫ້ຄົນເປັນໂລກເບົາຫວານກິນໝາກແຄ້ງລະຫວ່າງການປິ່ນປົວຈະຊ່ວຍໄດ້ຫຼາຍເລີຍ
2. ໂລກຄວາມດັນເລືອດສູງແລະປັນຫາເກັດເລືອດ
ງານວິໄຈໃນແຄເມຣູນພົບວ່າ ເມື່ອນຳໝາກແຄ້ງສະກັດປະສົມທາດເຫຼົ້າມາທົດລອງກັບໜູ ປະກົດວ່າອັດຕາການ ເຕັ້ນຂອງຫົວໃຈແລະຄວາມດັນເລືອດຫຼຸດລົງ ພ້ອມທັງຍັງສາມາດຢຸດການລວມໂຕຂອງເກັດເລືອດໄດ້ ດັ່ງນັ້ນ ຈຶ່ງຊ່ວຍໃຫ້ຜູ້ປ່ວຍໂລກຄວາມດັນເລືອດສູງ ແລະປັນຫາເກັດເລືອດມີອາການດີຂຶ້ນ
3.ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ
ມີງານວິໄຈນຳໝາກເຂືອ 11 ຊະນິດ ມາສະກັດຫາສານຕ້ານອະນຸມູນອິດສະຫຼະ ຜົນປະກົດວ່າໝາກແຄ້ງມີສານຕ້ານອະນຸມູນອິດສະຫຼະຫຼາຍທີ່ສຸດໃນບັນດາໝາກເຂືອທຸກຊະນິດ
4.ແຜໃນກະເພາະອາຫານ
ກຸ່ມວິໄຈໃນປະເທດແຄເມຣູນພົບວ່າ ໝາກແຄ້ງສາມາດຕ້ານການເກີດແຜໃນກະເພາະອາຫານໄດ້ ເພາະໃນໝາກແຄ້ງມີສານກຸ່ມຟຼາໂວນນອຍແລະໄລເທີພີນ ເຊິ່ງມີລິດຕ້ານການເກີດແຜໃນກະເພາະອາຫານ ຈາກທາດເຫຼົ້້າຫຼືຄວາມຄຽດໄດ້