ພະຍາດມະເຮັງເປັນພະຍາດທີ່ອັນຕະລາຍເຖິງຊີວິດ ຈຶ່ງເປັນສິ່ງຈຳເປັນທີ່ຕ້ອງກວດສອບອາການຕັ້ງແຕ່ເລີ່ມຕົ້ນ ເພື່ອທີ່ຈະໄດ້ຮັບການຮັກສາຢ່າງທັນທີສຳລັບການກຳຈັດເຊວມະເຮັງ ຈຳເປັນຕ້ອງສັງເກດສັນຍານະຂອງພະຍາດມະເຮັງຕັ້ງແຕ່ທຳອິດ ເພື່ອຊ່ວຍໃຫ້ການຮັກສາລຸລ່ວງໄປດ້ວຍດີ

* ອາການຂອງມະເຮັງມີຫຼາຍສາເຫດຂອງການເກີດພະຍາດມະເຮັງເຊິ່ງຈະສະແດງອາການທີ່ແຕກຕ່າງກັນອອກໄປ ນີ້ຄືອາການຂອງພະຍາດມະເຮັງ

1. ມີການປ່ຽນແປງໃນຜິວໜັງ: ຖ້າສັງເກດເຫັນການປ່ຽນແປງທີ່ຜິດປົກກະຕິໃນສີຜິວເຊັ່ນ: ສີເຫຼືອງ ສີຄ້ຳ ແລະ ສີແດງ ຄວນໄປພົບແພດມັນອາດເປັນສັນຍານະຂອງພະຍາດມະເຮັງ
2. ຍ່ຽວປ່ຽນແປງ: ອາດຈະເປັນຕ່ອມລູກໝາກ ຫລື ມະເຮັງພົກຍ່ຽວ ຖ້າມີອາການເຈັບປວດເມື່ອຍ່ຽວຫລືມີເລືອດໃນຍ່ຽວ
3. ບັນຫາອາຫານບໍ່ຍ່ອຍ: ລະບົບທາງເດີນອາຫານເປັນບັນຫາທີ່ພິຈາລະນາຜິດພາດຫລາຍທີ່ສຸດ ແຕ່ການສຶກສາວິໄຈໄດ້ສະແດງໃຫ້ເຫັນແລ້ວວ່າ ມັນອາດເປັນສັນຍານະຂອງພະຍາດມະເຮັງໃນລະບົບທາງເດີນອາຫານ ຫາກມີຄວາມລຳບາກໃນການກືນພ້ອມກັບອາການເຈັບທ້ອງ ຄວນປຶກສາແພດທັນທີ
4. ເລືອດອອກໂດຍບໍ່ຮູ້ສາເຫດ: ເມື່ອມີເລືອດອອກໂດຍບໍ່ຮູ້ສາເຫດເຊັ່ນ: ມີເລືອດໃນອຸດຈາລະຫລືຍ່ຽວ ໄອເປັນເລືອດ ແລະ ເລືອດໄຫຼເອງ ຕ້ອງປຶກສາແພດທັນທີ ມັນອາດເປັນສາເຫດຂອງພະຍາດມະເຮັງ

5. ເປັນໄຂ້ຊຳເຮື້ອ: ມີໄຂ້ຊຳເຮື້ອທີ່ບໍ່ຍອມດີອາດເປັນໂຕບົ່ງບອກຂອງພະຍາດມະເຮັງໃນລະບົບພູມຄຸ້ມກັນ
6. ບາດແຜພຸໂພງ: ຖ້າມີແຜຕາມຮ່າງກາຍຂອງເຊັ່ນ: ໃນຊ່ອງປາກມັນອາດເປັນສັນຍານະເລີ່ມຕົ້ນຂອງພະຍາດມະເຮັງໃນຊ່ອງປາກ
7. ເສັ້ນຜົມຍາວຊ້າຜິດປົກກະຕິ: ຄວນພົບແພດຖ້າສັງເກດເຫັນວ່າເສັ້ນຜົມຍາວຊ້າຜິດປົກກະຕິ ມັນອາດບົ່ງບອກວ່າເປັນການກໍ່ໂຕຂອງພະຍາດມະເຮັງ
8. ການຂັບຖ່າຍອຸດຈາລະທີ່ປ່ຽນແປງ: ອາດມີພະຍາດມະເຮັງໃນລະບົບທາງເດີນອາຫານ ຫາກມີການຂັບຖ່າຍອຸດຈາລະທີ່ປ່ຽນແປງໄປເຊັ່ນ: ພະຍາດຖອກທ້ອງ ແລະ ມີເລືອດໃນອຸດຈາລະ
9. ກ້ອນໂນນ: ເມື່ອອາຍຸຫລາຍຂຶ້ນແລ້ວເກີດກ້ອນໂນນຂຶ້ນມາ ບໍ່ຄວນລະເລີຍມັນອາດເປັນອາການຂອງພະຍາດມະເຮັງ
10. ຄວາມເມື່ອຍລ້າໂດຍບໍ່ຮູ້ສາເຫດ: ອາການອ່ອນເພຍຊຳເຮື້ອ ເຖິງຈະພັກຜ່ອນພຽງພໍແລ້ວກໍຕາມອາດເກີດຈາກພະຍາດມະເຮັງ ຄວນປຶກສາແພດ ຖ້າມີອາການເມື່ອຍລ້າຢູ່ຕະຫລອດເວລາ
ທີ່ມາ:ສຸຂະພາບ ອັບເດດ | Health Update