ຫຍ້າໂຄຍງູ… ເປັນຢາພື້ນບ້ານມີຊັບພະຄຸນນາໆເປັນຕົ້ນແມ່ນ ທຳລາຍນິ້ວ ແກ້ບວມຊໍ້າ ເຮັດໃຫ້ຜູ້ຍິງທີ່ມີລູກຍາກມີລູກງ່າຍໄດ້

ຊື່ວິທະຍາສາດ : Achyranthes aspera L.

ຕະກຸນ: Amaranthaceae

ຊື່ອື່ນ:

ລາວ: ຫຍ້າໂຄຍງູ
ໄທ: ຫຍ້າພັນງູຂາວ, ຫຍ້າຕີນງູຂາວ
ຈີນ: ໂກຍສົ່ວຜີ, ຕໍ້ຄາເຊົ່າ, ເຕົ່າໂຄເສົ່າ, ຖູ່ໜິວຊີ, ໜິວເສີ່ຕ້າຫວງ, ໂຊມໍ້ງູ່ຕິ້ງ, ຕໍຄໍ້ເຊົ່າ.

ລັກສະນະພືດສາດ

ເປັນພືດລົ້ມລຸກຂະໜາດນ້ອຍທີ່ມີອາຍຸປະມານ 1–2 ປີ, ລຳຕົ້ນກົມຕັ້ງຊື່, ສູງປະມານ 25-125 ຊັງຕີແມັດ. ໃບດ່ຽວອອກລຽງສະຫຼັບ, ຮູບຂອບຂະໜານ, ປາຍໃບແຫຼມ ຫຼື ກົມ, ໂຄນໃບແຫຼມ ສ່ວນຂອບໃບລຽບບໍ່ເປັນຢັກແຕ່ມີຄື່ນເລັກນ້ອຍ, ໃບມີຂະໜາດກວ້າງປະມານ 1–5 ຊັງຕີແມັດ ແລະ ຍາວປະມານ 2–10 ຊັງຕີແມັດ, ແຜ່ນໃບມີຂົນປົກຄຸມຢູ່ທັງສອງດ້ານ ຫຼື ເກືອບກ້ຽງ, ກ້ານໃບຍາວປະມານ 0.5–1.5 ຊັງຕີແມັດ.

ດອກ: ອອກດອກເປັນຊໍ່ຕັ້ງຊື່ຢູ່ບໍລິເວນປາຍກີ່ງອາດຈະຍາວໄດ້ເຖີງ 50 ຊັງຕີແມັດ, ໃບປະດັບແຫ້ງບາງ ແລະ ຕິດທົນລັກສະນະເປັນຮູບໄຂ່, ປາຍຮຽວແຫຼມຍາວປະມານ 2–3 ມີນລີແມັດ, ໃບປະດັບຍ່ອຍມີ 2 ອັນແນບຕິດກີບລວມຮຽວຍາວຄືໜາມຍາວປະມານ 3–4 ມີນລີແມັດ, ໂຄນມີເຍື່ອບາງໆຂະໜາດປະມານ 1.5–2 ມີນລີແມັດ, ກີບລວມມີ 4–5 ອັນ. ໝາກເປັນຮູບກົມຍາວ ແລະ ເປັນສີນ້ຳຕານອ່ອນ ສ່ວນເມັດເປັນຮູບຊົງກະບອກລຽບ

ສັບພະຄຸນ

ນ້ຳສະກັດ ແລະ ສານທີ່ສະກັດດ້ວຍແອກໍຮໍຈາກຮາກຫຍ້າໂຄຍງູມີຜົນໃນການຫຼຸດຄວາມດັນເລືອດໄດ້ຢ່າງວ່ອງໄວແຕ່ອອກລິດສັ້ນ ແລະ ບໍ່ມີຜົນຕໍ່ການຫາຍໃຈຫາກໃຊ້ຢານີ້ຫຼາຍຈະມີລິດໄປກົດການຫາຍໃຈເລັກນ້ອຍ ແລະ ໃນຮາກຈະມີສານອັນຄາລອຍ Achy rantine ຊື່ງມີລິດຫຼຸດຄວາມດັນໂລຫິດກົດຫົວໃຈ ແລະ ຂະຫຍາຍຫຼອດເລືອດ. ຊ່ວຍເພີ່ມຈັ່ງຫວະ ແລະ ຄວາມແຮງຂອງການຫາຍໃຈຂອງໝາທີ່ເຮັດໃຫ້ສະຫຼົບ ແລະ ຫຍ້າໂຄຍງູ ຍັງຊ່ວຍ ສະຫຼາຍນີ້ວ, ແກ້ບວມຊໍ້າ, ເຮັດໃຫ້ຜູ້ຍີງທີ່ມີລູກຍາກມີລູກງ່າຍໄດ້, ໄລ່ຍ່ຽວ, ບຳລຸກຳລັງ( ຊາວໄທໃຫ່ຍ ), ເຜົ່າເອົາຂີ້ເທົ່າ ມາແຊ່ນໍ້າ ຕອງເອົານໍ້າມາທາສາຍບືຜູ້ຍິງທີ່ມີລູກຍາກຈະເຮັດໃຫ້ມີລູກງ່າຍ ( ຊາວລ້ານນາ ), ແກ້ຫືດ ປວດຂໍ້ ແກ້ບວມຊໍ້າ ປົວເບົາຫວານ ມະເຮັງ ບຳລຸງກຳລັງ (ຊາວລ້ານຊ້າງ) ແລະ ອື່ນໆ ສົມກັບວ່າ ລາຊາຢາພື້ນເມືອງລາວ.

ນອກຈາກນີ້ຫຍ້າໂຄຍງູຍັງມີລິດຕ້ານອະນຸມູນອິດສະຫຼະເພີ່ມພູມຄຸ້ມກັນ, ຫຼຸດນ້ຳຕານໃນເລືອດ, ຫຼຸດຄໍເລສເຕີລໍ, ຫຼຸດຄວາມດັນໂລຫິດສູງ, ຢັບຢັ້ງຄໍເລສເຕີລໍສູງໃນເລືອດ, ຕ້ານໄຂ້ມາເລເຣຍ, ຕ້ານການອັກເສບ, ຕ້ານເຊື້ອຣາ, ຕ້ານແບັດທີເຣຍ, ມີລິດເໝືອນຮໍໂມນເອສໂຕຣເຈນ, ຢັບຢັ້ງປະລິມານຂອງ Oxalate ໃນປັດສະວະສູງທີ່ປົກກະຕິ ແລະ ຍັງມີລາຍການສຶກສາໃນຄົນທີ່ພົບວ່າຫຍ້າໂຄຍງູມີແນວໂນ້ມທີ່ເປັນປະໂຫຍດຕໍ່ຜູ້ປ່ວຍໂຣກຫອບຫືດ.

ວິທີການເກັບຮັກສາ:

ລົບເອົາທັງຮາກ ມາລ້າງນໍ້າໃຫ້ສະອາດ ແລ້ວຕັດຊອຍ ນຳມາຕາກລົມເພື່ອຮັກສາຄວາມຂຽວ (ບໍ່ຄວນຕາກແດດ )ໃຫ້ແຫ້ງ ແລ້ວເຮັດການລະເຫີຍເອົານໍ້າອອກໃຫ້ໝົດ ບໍ່ດັ່ງນັ້ນຈະຕົກໂໝກ ແລ້ວບັນຈຸໃສ່ຖົງຢາງໄວ້ກິນຍາວນານ ເພາະຍາມແລ້ງຊອກຍາກ

ວິທີການຕົ້ມເປັນຢາ:

ໜື່ງກຳມື ຕົ້ມກັບນໍ້າ ໃສ່ນໍ້າພໍດີຖ້ວມຢາ ແລ້ວຕົ້ມດ້ວຍໄຟອ່ອນໆ 20 ນາທີ ແລ້ວ ດື່ມຕອນເຊົ້າ ໜື່ງຈອກ ຕອນແລງ ໜື່ງຈອກ

ໝາຍເຫດ: ຫຍ້າໂຄຍງູ ແມ່ນມີຫຼາຍຊະນິດ, ແຕ່ຊະນິດທີ່ນຳມາສະເໜີ ແລະ ປຸງແຕ່ງໂດຍສະຖາບັນຢາພື້ນເມືອງນີ້ ແມ່ນຫຍ້າໂຄຍງູສີຂາວ

ເອກະສານອ້າງອີງ / ການອ້າງອີງ

1. ວິທະຍາ ບຸນວໍລະພັດ. 2554. ໜັງສືສາລານຸກົມສະໝຸນໄພໄທ-ຈີນ ທີ່ໃຊ້ຫຼາຍໃນປະເທດໄທ. ຫຍ້າໂຄຍງູ. ໜ້າ 594.

2. ທ່ຽງບຸນທຳ. 2542. ໜັງສືພົດຈະນານຸກົມສະໝຸນໄພໄທ, ສະບັບພີມຄັ້ງທີ 5. ຫຍ້າໂຄຍງູ. ໜ້າ 807 – 808.

3. ໜັງສືສະໝຸນໄພພື້ນບ້ານລ້ານນາ. ( ພາກວິຊາເພສັຊພຶກສາສາດ ຄະນະເພສັຊສາດ, ມະຫາວິທະຍາໄລມະຫິດົນ ). 2539. ຫຍ້າໂຄຍງູ. ໜ້າ 30.

4. ຈຸໄຣຣັດ ເກີດດອນແຝກ. 2556. ໜັງສືສະໝຸນໄພຫຼຸດໄຂມັນໃນເລືອດ 140 ຊະນິດ. ຫຍ້າໂຄຍງູ. ໜ້າ 190.

5. Sunita Verma. Journal of Medicinal Plants Studies 2016. A review study on Achyranthes aspera (Amaranthaceae)-A valuable medicinal her. p 06 – 07.

6. Vijai Lakshmi, Abbas Ali Mahdi, Dilutpa Sharma and Santosh Kumar Agarwa. 2018. An Overview of Achyranthes aspera Linn. Journal of Scientific and Innovative Research p 27 – 29.

———

ຂອບໃຈທີ່ມາ: www.phakhaolao.la, www. raosukunfung.com

Related Posts

Leave a Reply

Your email address will not be published. Required fields are marked *