1.ຜັກກາດນາ: ມີປະໂຫຍດຊ່ວຍເພີ່ມຄວາມສູງໄດ້ ເພາະໃນໃບຜັກກາດນາມີແຄວຊຽມສູງ ຊ່ວຍເຮັດໃຫ້ກະດູກ ແລະແຂ້ວແຂງແຮງ ປ້ອງກັນການເກີດພະຍາດກະດູກພ່ອຍ ແລະຍັງຊ່ວຍເພີ່ມປະລິມານສາຣະອິເລັກໂທຣໄລຕ໌ໃນຮ່າງກາຍ ເຮັດໃຫ້ລະບົບການທໍາງານທີ່ກ່ຽວຂ້ອງກັບແຄວຊຽມ ແລະເຫຼັກທໍາງານໄດ້ຢ່າງມີປະສິດທິພາບເຊັ່ນ ການທໍາງານຂອງລບົບຮອກໂມນ, ກ້າມຊີ້ນ ແລະລະບົບກະດູກ ດັ່ງນັ້ນຜັກກາດນາຈຶງຊ່ວນເພີ່ມຄວາມສູງ ແລະເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະແຂ້ວ

2.ຜັກບົ້ງ: ອຸດົມໄປດ້ວຍວິຕາມິນ ແລະແຮ່ທາດທີ່ສໍາຄັນຕ່າງໆ ໂດຍສະເພາະແຄວຊຽມ ແລະຟົດສະຟໍຣິກ ທີ່ເປັນແຮ່ທາດສໍາຄັນຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ ແລະຈໍາເປັນຕໍ່ລະບົບການສ້າງພະລັງງານໃນຮ່າງກາຍ ນອກຈາກຈະບໍາລຸງສາຍຕາ ຍັງເປັນຜັກຊ່ວຍເພີ່ມຄວາມສູງ

3.ຍອດດອກແຄ: ມີໂປຣຕີນເຖິງຮ້ອຍລະ 36 ທັງຍັງໃຫ້ທາດເຫຼັກ, ວິຕາມິນຊີ ແລະແຄວຊຽມທີ່ສູງ ຊ່ວຍບໍາລຸງ ແລະເສີມສ້າງກະດູກ ແລະແຂ້ວ ນອກຈາກນີ້ວິຕາມິນຊີໃນຍອດດອກແຄຍັງຊ່ວຍຕໍ່ຕ້ານ ແລະຢັບຢັ້ງການເກີດພະຍາດມະເຮັງ ເພາະມີສານຢັບຢັ້ງການກໍ່ກາຍພັນ ຫຼຸດຄວາມສ່ຽງການເກີດມະເຮັງໄດ້
“ດອກແຄ” ເປັນຕົ້ນໄມ້ພື້ນບ້ານປູກໄດ້ທຸກພື້ນທີ່ທັງເປັນພຶດຜັກທີ່ໃຫ້ປະໂຫຍດອັນຫຼວງຫຼາຍຕໍ່ຮ່າງກາຍເພາະດອກແຄ 100 ກຣາມ ຫຼື 1 ຂີດໃຫ້ພະລັງງານ 10 ກິໂລແຄລໍຣີ ມີເສັ້ນໃຍອາຫານ, ແຄລຊຽມ, ອາຊິດ, ທາດເຫຼັກ, ແຄໂຣທີນ, ວິຕາມິນເອ, ວິຕາມິນບີ1, ບີ2 ແລະວິຕາມິນເຊ .
– ຄຸນຄ່າທາງໂພຊະນາການຂອງດອກແຄຕໍ່ 100 ກຣາມ ຍອດແຄອ່ອນໃນປະລິມານ 100 ກຣາມຈະໃຫ້ພະ ລັງງານ 87 ກິໂລແຄລຣີ, ເສັ້ນໃຍ7,8 ກຣາມ, ເບຕ້າແຄໂຣທີນ 8.654 ໄມໂຄກຣາມ, ວິຕາມິນເອ1.442 ໄມໂຄ ກຣາມ, ວິຕາມິນບີໜຶ່ງ 10,28 ມິນລິກຣາມ,

4.ຜັກອີ່ເລີດ: ຊ່ວຍເສີມສ້າງກະດູກ ແລະແຂ້ວ ແລະຊ່ວຍປ້ອງກັນພະຍາດກະດູກພ່ອຍໄດ້ ( ຂໍມູນຈາກສໍານັກໂຄສະນາການອະນາໄມ)

5.ໃບໝາກຍໍ: ມີປະລິມານແຮ່ທາດ ແຄວຊຽມສູງເຖິງ 469 ມິນລິກຼາມ ສາມາດປ້ອງກັນພາວະກະດູກພ່ອຍໄດ້ ໃບໝາກຍໍຈຶ່ງເປັນຜັກຊ່ວຍເພີ່ມຄວາມສູງ

ຂໍ້ມູນຈາກ: ສະຖານັບການແພດໄທ