ເປັນຫຍັງຕ້ອງໃຊ້ ສູດດີທັອກ ລຳໄສ້
ຟັງເບິ່ງເຫຼືອເຊື່ອແຕ່ມັນຄືເລື່ອງຈິງວ່າສະເພາະພື້ນຜິວລຳໄສ້ນ້ອຍ ກໍມີຂະໜາດເຖິງ 250 ຕາຣາງແມັດ . ແຕ່ເມື່ອຢູ່ໃນບໍລິເວນທ້ອງຂອງເຮົາຈະມີຮູບຊົງຫົດຢຶດພັບໄປພັບມາ ແລະ ເຕັມໄປດ້ວຍຊອກຫລວງຫລາຍ (Full of many nooks and crannies) ແລະ ຊອກຕາມຮອຍພັບນີ້ແຫຼະ (And niches along the folds) ທີ່ເປັນແຫຼ່ງສະສົມຂອງ “ກະດານລຳໄສ້ (Intestinal slag )” ທີ່ເກີດຈາກການກີນອາຫານ ມັນຍ່ອຍຍາກ ລວມເຖິງອຸດຈາຣະເກົ່າທີ່ຕົກຄ້າງຈາກການຂັບຖ່າຍບໍ່ເປັນເວລາ ອາດເບິ່ງໜ້າຕົກໃຈ ແຕ່ເຊື່ອຫລືບໍ່ວ່າມັນສາມາດສະສົມຢູ່ໃນລຳໄສ້ຂອງເຮົາໄດ້ຫຼາຍກິໂລກະຣັມ
ລຳໄສ້ທີ່ມີຕະກັນສະສົມຫລາຍໆ ສ່ຽງກັບຫຍັງດ້ວຍ
– ເປັນສິວ ຜິວພັນບໍ່ສົດໃສ
– ມີກລິ່ນຕົວ
– ມີກລິ່ນປາກແບບບໍ່ຮູ້ສາເຫດ
– ທ້ອງອືດ ທ້ອງເຟີ້ ເຣີເລື້ອຍ
– ຖ່າຍຍາກ ຖ່າຍບໍ່ສຸດ
– ທ້ອງຜູກ ຂັບຖ່າຍບໍ່ເປັນເວລາ
– ມີອາການຖ່າຍແຫລວ ປວດທ້ອງ ຫລືທ້ອງເສຍຫລືຖອກທ້ອງ
– ມີອາການຄ້າຍກົດໄຫຼຢ້ອນ (ຊຶ່ງເກີດຈາກແກສ໌ໃນລຳໄສ້)
– ສ່ຽງຕໍ່ພະຍາດມະເຣັງລຳໄສ້
ສູດດີທັອກລຳໄສ້ ເຮັດເອງງ່າຍໆ
ດັ່ງນັ້ນໃຜທີ່ມີບັນຫາຕາມທີ່ວ່າມາ ຄວນຫັນມາກີນຜັກຫມາກໄມ້ໃຫ້ຫລາຍຂຶ້ນ ແລະລອງມາເຮັດ ສູດດີທອກຊລຳໄສ້ ນີ້ ເຮັດເອງບໍ່ຍາກ ແຕ່ບອກເລີຍວ່າໄດ້ຜົນດີີຫລາຍ ແຖມມີປະໂຫຍດ!!
* ສູດທີ່ 1 ນຳ້ດື່ມ + ເມັດແມງລັກ
ສູດນີ້ງ່າຍໆເລີຍ ກຽມນຳ້ຮ້ອນ 1 ຈອກ ໃສ່ເມັດແມງລັກ 2 ບ່ວງນ້ອຍປະໄວ້ 30 ນາທີໃຫ້ເມັດແມງລັກພອງໂຕເຕັມທີ່ກ່ອນແລ້ວຄ່ອຍໆດື່ມສູດນີ້ແນະນຳໃຫ້ດື່ມກ່ອນນອນ, ມີສັບພະຄຸນເປັນຢາລະບາຍອ່ອນໆຈີ່ງຊ່ວຍໃນການຖ່າຍອາຈົມຄ້າງຢູ່ໃນກະເພາະອາຫານອອກມາໄດ້ເປັນຢ່າງດີ, ຕື່ນເຊົ້າມາຖ່າຍສະດວກ, ສະບາຍທ້ອງ, ເບົາໂຕແຕ່ຢ່າງໃດກໍ່ດີ ສານອາຫານບໍ່ເທົ່າກັນເມັດແມງລັກມີສານອາຫານສູງກວ່າເຊັ່ນ: ໂອເມກ່າ3, ແຄວຊ່ຽມ,ໂປຣຕີນແລະອື່ນໆ.

* ສູດທີ່2 ນຳ້ດື່ມ 1 ລີດ + ໝາກນາວ + ເກືອ 2 ບ່ວງກາເຟ.
ສູດນີ້ແນະນຳວ່າໃຫ້ເຮັດມື້ພັກວຽກ ເພາະສູດນີ້ອາດເຮັດໃຫ້ບາງຄົນຖ່າຍແບບບໍ່ເປັນເວລາກຽມນຳ້ດື່ມ 1 ລີດ ບີບນຳ້ໝາກນາວ 2 ໜ່ວຍ ແລ້ວຕາມດ້ວຍເກືອ 2 ບ່ວງກາເຟ ແລະ ຕີໃຫ້ເຂົ້າກັນພະຍາຍາມດື່ມໃຫ້ໝົດພາຍໃນ 10-20 ນາທີ ພໍດື່ມໝົດແລ້ວຈະຮູ້ສືກປວດເຂົ້າຫ້ອງນຳ້ທັນທີ ສູດນີ້ຈະຊ່ວຍໃຫ້ຄົນທີ່ຖ່າຍແບບໝົດລຳໄສ້ແທ້ໆ ຊ່ວຍຜັດຂອງເກົ່າທີ່ມີຢູ່ອອກຈົນໝົນ ສະບາຍທ້ອງແນ່ນອນແຕ່ສູດນີ້ແນະນຳໃຫ້ເຮັດອາທິດລະຄັ້ງກໍ່ພໍ.

* ສູດທີ່ 3 ໂຢເກີ້ດ + ນົມສົດ + ນຳ້ເຜີ້ງ + ໝາກນາວ
ປະສົມໂຢເກີ້ດລົດທຳມະຊາດ 1 ຈອກ, ນົມສົດລົດຈືດ100% 1 ກ່ອງ, ນຳ້ເຜີ້ງ 1 ບ່ວງນ້ອຍ ແລະ ນຳ້ໝາກນາວເຄີ່ງໜ່ວຍຄົນໃຫ້ເຂົ້າກັນແລ້ວດື່ມທັນທີຫ້າວປະໄວ້ຖ້າດື່ມກ່ອນ 7 ໂມງຕອນເຊົ້າຈະດີຫຼາຍສູດນີ້ຊ່ວຍກະຕຸ້ນລຳໄສ້ເຮັດວຽກເມື່ອເຮົາຖ່າຍສະດວກພຸງກໍ່ຍຸບຕາມໄປນຳໃສ່ເຄື່ອງແບບໃດກໍ່ໝັ່ນໃຈ.

* ສູດທີ່ 4 ນົມສົດ + ກ້ວຍນຳ
ສູດນີ້ໃຊ້ນົມສົດ 2 ກ່ອງ ( ປະລິມານ 500 ມີລີລີດ) ກີນພ້ອມກັບກ້ວຍນຳ້ 2 ໜ່ວຍ ຫຼື ຈະເອົາໄປປັ່ນລວມກັນແລ້ວດື່ມກໍ່ໄດ້ ດື່ມຕອນທ້ອງວ່າງຫຼັງຕື່ນນອນ, ດື່ມກ່ອນ 6 ໂມງຕອນເຊົ້າໄດ້ຍີ່ງດີ ເພາະເຮົາຈະໄດ້ຖ່າຍກ່ອນ 7 ໂມງເຊົ້າ ສູດນີ້ກໍ່ຈະໄປກະຕຸ້ນໃຫ້ໂ່າຍອອກມາ ແນະນຳໃຫ້ເຮັດຕິດຕໍ່ກັນ 3 ມື້ ຈະຊ່ວຍໃຫ້ເຮົາຂັບຖ່າຍເປັນເວລາດ້ວຍ.
ຄຳເຕຶອນ: ຖ້າທ່ານອ່ານບໍ່ເຂົາໃຈດີແມ່ນຫ້ານນຳໃຊ້ ຫລື ຖ້າຢາກໃຊ້ກໍ່ຕ້ອງອ່ານໃຫ້ເຂົ້າໃຈດີສາກ່ອນ ຫລື ອ່ານລາຍລະອຽດເພິ່ມເຕິມ ທີ່ນີ້: https://women.trueid.net/detail/xGWogJJlBwx