ສັບພະຄຸນພຶດ

ແຊຣເກັບໄວ້ດີ.! ອາຫານຕ້ານມະເຮັງເຕົ້ານົມ ມີຫຍັງແດ່ໄປເບີ່ງເລີຍ

ເພາະມີຫຼາຍປັດໄຈສ່ຽງທີ່ເປັນສາເຫດຂອງການເກີດມະເຮັງເຕົ້ານົມ ແລະ ນັ້ນລວມເຖິງການຮັບປະທານອາຫານທີ່ບໍ່ ເໝາະສົມ ດັ່ງນັ້ນເຮົາມາກິນອາຫານຕ້ານມະເຮັງເຕົ້ານົມທີ່ມີປະໂຫຍດຕໍ່ຮ່າງກາຍກັນດີກວ່າເຊັ່ນ: ທັນຍາພຶດ

ໂດຍສະເພາະແມ່ນທັນຍາພຶດບໍ່ຂັດສີ, ນ້ຳເຕົ້າຮູ້ ຫຼື ນ້ຳນົມຖົ່ວເຫຼືອງ ມື້ລະ 1 ຈອກສາມາດໃຫ້ຜົນດີຕໍ່ການປ້ອງກັນ ການເກີດມະເຮັງ ແລະ ຫຼຸດອັດຕາການຈະເລີນເຕີບໂຕຂອງເຊລມະເຮັງໄດ້, ກະທຽມ ແລະ ຫົວຜັກບົ່ວ.

ເພາະມີສານອໍກາໂນຊັລເຟີສານກຸ່ມນີ້ມີຄຸນສົມບັດໃນການປ້ອງກັນມະເຮັງ ໂດຍສະເພາະແມ່ນກະທຽມສາມາດປ້ອງກັນມະເຮັງໄດ້ຢ່າງມີປະສິດທິພາບ ສູງ, ໝາກເຜັດ ມີສັບພະຄຸນຊ່ວຍໃຫ້ເຊລມະເຮັງຕາຍ

ໄດ້, ຂີງ ແລະ ຂ່າຊ່ວຍປ້ອງກັນການເກີດມະເຮັງໄດ້ເນື່ອງຈາກມີສານ 6-ຈິນ ເຈິຣອລ ຊຶ່ງມີລິດໃນການຕ້ານອະນຸມູນອິດສະຫຼະ, ຂີ້ໝິ້ນ ແລະ ພິກໄທດຳສານເຄມີທຳມະຊາດທີ່ພົບໄດ້ໃນຂີ້ໝິ້ນ ແລະ ພິກໄທດຳສາມາດຊ່ວຍຢັບຢັ້ງການເຕີບໂຕຂອງເນື້ອງອກທີ່ເຕົ້ານົມ ໄດ້, ໝາກໄມ້ທີ່ມີລົດຊາດຫວານແຮງໆ ແລະ ຄວນເລືອກຮັບປະທານໝາກໄມ້ຈຳພວກທີ່ໃຫ້ກາກໃຍສູງເຊັ່ນ: ໝາກສີດາ ແລະ ໝາກໄມ້ທີ່ມີສີແດງເຂັ້ມ ຫຼື ສີສົ້ມ ແລະ ຖ້າມີສີ ເຂັ້ມຫຼາຍຍິ່ງໝາຍ

ເຖິງວ່າມີສານທີ່ມີປະໂຫຍດຫຼາຍຂຶ້ນເທົ່ານັ້ນ ເພາະເປັນສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍປົກປ້ອງຮ່າງກາຍ ແລະ ຍັງຊ່ວຍກະຕຸ້ນພູມຄຸ້ມກັນໃນການທຳລາຍເຊລມະເຮັງອີກດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button