ໝາກຫວດບ້ານເຮົາ ກິນຫລິ້ນໆ ຮູ້ຫຼືບໍ່ ເປັນຢາບຳຣຸງກຳລັງ ແລະ ສ່ວນທີ່ນຳມາໃຊ້ປະໂຫຍດໄດ້ແກ່: ໝາກ, ເປືອກຕົ້ນ, ຮາກ, ໃບ ແລະ ແກ່ນ

+ ສັບພະຄຸນທາງຢາ :
1. ໝາກສຸກ: ບຳຣຸງກຳລັງ ຊ່ວຍແກ້ຖອກທ້ອງ
2. ເມັດ: ແກ້ໄອຫອບໃນເດັກ ຊ່ວຍແກ້ອາການໄອຊຳເຮື້ອ ບຳຣຸງເສັ້ນເອັນ
3. ຮາກ: ຢາແກ້ອາການເຈັບທ້ອງ ຢາຂັບພະຍາດ ຊ່ວຍແກ້ພິດຝີພາຍໃນ ປິ່ນປົວພະຍາດຜິວໜັງ ຜິວໜັງເປັນຜຜື່ນຄັນ ຊ່ວຍແກ້ວັນນະໂລກ ແລະ ໃຊ້ຕົ້ມກັບນ້ຳດື່ມແກ້ເບື່ອເມົາ
4. ໃບ: ຊ່ວຍຮັກສາອາການໄຂ້
5. ແກ່ນ:ຊ່ວຍແກ້ອາການໄອຊຳເຮື້ອ. ເອົາ ແກ່ນມາຕົ້ມກັບນ້ຳໃຫ້ເດັກຮັບປະທານເປັນຢາແກ້ຊາງ ແກ້ໄອກົນ ແກ້ໄອຫອບໃນເດັກ
6. ເປືອກຕົ້ນ: ຊ່ວຍບຳຣຸງທາດໃນຮ່າງກາຍ ແກ້ທາດພິການ ຊ່ວຍສະມານແຜ, ແກ້ທາດລົ້ມ

+ ວິທີການໃຊ້ :
1. ແກ້ໄອຫອບໃນເດັກ ຊ່ວຍແກ້ອາການໄອຊຳເຮື້ອ ບຳຣຸງເສັ້ນເອັນ ນຳເມັດມາຕົ້ມກັບນ້ຳ ແລ້ວດື່ມ
2. ບຳຣຸງກຳລັງ ຊ່ວຍແກ້ຖອກທ້ອງ ນຳໝາກມາຮັບປະທານສົດໆ
3. ຊ່ວຍຮັກສາອາການໄຂ້ ນຳໃບມາຮັບປະທານສົດໆ ຫລື ນຳມາຕົ້ມກັບນ້ຳ ດື່ມຮັບປະທານ
4. ຢາແກ້ອາການເຈັບທ້ອງ ຢາຂັບພະຍາດ ຊ່ວຍແກ້ພິດຝີພາຍໃນ ປິ່ນປົວພະຍາດຜິວໜັງ ຜິວໜັງເປັນຜື່ນຄັນ ນຳຮາກມາຕົ້ມກັບນ້ຳ ແລ້ວດື່ມ
5. ຊ່ວຍບຳຣຸງທາດໃນຮ່າງກາຍ ແກ້ທາດພິການ ຊ່ວຍສະມານແຜ ນຳເປືອກຕົ້ນມາຕົ້ມກັບນ້ຳ ແລ້ວດື່ມ

ຂອບໃຈທີ່ມາ: ityarkbork.com