ຮູ້ແລ້ວບໍ.! ດອກບົວຫລວງ ເປັນສັນຍາລັກຂອງຊາວພຸດ

ຕົ້ນດອກບົວຫລວງ ມີຊື່ ວິທະຍາສາດ ວ່າ “Nelumbo nucifera”, ຊື່ທົ່ວໄປເປັນ ພາສາອັງກິດ ແມ່ນ Lotus, Sacred Lotus, Indian Lotus, ເປັນດອກໄມ້ທີ່ມີ ຄວາມສໍາຄັນ ທາງສາສະຫນາຊະນິດຫນຶ່ງ ເຊິ່ງເປັນທີ່ຮູ້ຈັກກັນດີ ໃນຊຸມຊົນຊາວພຸດ ແລະ ມີຄວາມສວຍງາມ ທາງດ້ານຮູບຮ່າງ ລັກສະນະ, ສີສັນ, ມີສະເຫນ່, ຫນ້າຊື່ນຊົມ ແລະ ຫນ້າຖະຫນຸຖະຫນອມ ຢູ່ໃນເຂດເອເຊຍ ມາໄດ້ຫຼາຍສັດຕະວັດແລ້ວ.

ລັກສະນະພືດສາດ

ບົວເປັນພືດນໍ້າ, ລໍາຮາກກົມ ຂະຫຍາຍເລີກລົງໃນຕົມ, ສ່ວນນີ້ໃຊ້ເປັນແຫຼ່ງສະສົມອາຫານ ແລະ ເປັນສ່ວນປະກອບຂອງເຄື່ອງດື່ມ. ໃບປົ່ງພົ້ນອອກຈາກໜ້ານໍ້າ, ກ້ານໃບຍາວ, ມີໜາມສັ້ນໆ, ແຜ່ນໃບເປັນຮູບກະວົງມົນ, ມີເສັ້ນລັດສະໝີ 60-70 ຊມ, ມີກ້ານໃບຈາກຈຸດລວມສູນຢູ່ໃຈກາງລົງໄປຫາເຫງົ້າ. ດອກ ມີ 3-5 ກາບດອກ, ເປັນສີຂາວ ຫຼື ສີມ່ວງ, ກີບດອກຢູ່ເບື້ອງນອກ ມັກຈະເປັນສີຂຽວ ຄືກັບກາບດອກ, ມີຫຼາຍເກສອນຜູ້, ເຕົ້າໄຂ່ມີ 2 ຫ້ອງ, ຍອດເກສອນແມ່ຍາວອອກເປັນຮູບໄຂ, ເພີ່ນໃຊ້ສ່ວນນີ້ເປັນການປະກອບຂອງການບົ່ມຊາ. ສ່ວນທີ່ບັນຈຸໝາກຮຽກວ່າບົວ, ບົວປະກອບມີໝາກບົວຫຼາຍໆໜ່ວຍຊຶ່ງເອີ້ນວ່າ (ແກ່ນ), ແກ່ນບົວ 2 ໃບລ້ຽງ, ຈາວໜາ, ປາຍຈາວມີ 4 ໃບພັບລົງທາງລຸ່ມ

ປະຊາຊົນ ຊາວພຸດ: ຖືວ່າດອກບົວຫລວງ ເປັນດອກໄມ້ ທີ່ໃຊ້ສໍາລັບບູຊາ ມາເປັນເວລານານມາແລ້ວ ແລະ ນອກນັ້ນ ຍັງນໍາໃຊ້ ເປັນພືດປະດັບ, ໃຊ້ເປັນຢາພື້ນເມືອງ ແລະ ເປັນອາຫານອີກດວຍ, ຕົ້ນບົວຫຼວງ ເປັນພືດທີ່ເກີດຂຶ້ນຢູ່ ໃນບໍ່ນໍ້າຕື້ນ, ຫນອງນໍ້າ, ສະນໍ້າ ແລະ ວັງນໍ້າ ເຊິ່ງມີຮາກຢັ່ງລົງໃນຕົມ, ຕົ້ນມີຄວາມແຂງແຮງ ສາມາດຊູດອກ ໃຫ້ພົ້ນຈາກຫນານໄດ້ 8-12 ນິ້ວ (ປະມານ 30 ຊມ).

ດອກ ມີກິ່ນອັນຫອມຫວນ: ໂດຍສະເພາະຍາມເຊົ້າ. ລະດູອອກດອກ ແມ່ນຕະຫຼອດທັງປີ. ດອກຈະບານໃນຕອນເຊົ້າ ເມື່ອບາຍໆຫາຄໍ່າ ກີບດອກກໍຈະຕົກຫຼົ່ນອອກ, ສີສັນ, ຮູບຮ່າງ ແລະ ກີບດອກຈໍານວນຫຼາຍຈັດເປັນຫຼາຍໆຊັ້ນເຮັດໃຫດອກບົວຫຼວງມີຄວາມສະຫງ່າເຫນືອດອກໄມ້ຊະນິດອື່ນໃດຫມົດ. ນອກນັ້ນ ກີບດອກບໍ່ພັບຄືນຫຼັງ ໃນເວລາເບັງບານ ເຊິ່ງຫມາຍເຖິງການພັດທະນາ ທາງດ້ານຈິດໃຈ. ດອກ ມີສີບົວ ຫຼື ສີຂາວ. ດອກສີບົວ ຫມາຍເຖິງດອກໄມ້ທີ່ວິເສດສຸດສໍາລັບ ບູຊາເທບພະເຈົ້າ ແລະ ພົວພັນກັບພະພຸດທະເຈົ້າ. ດອກສີຂາວ ສະແດງເຖິງຈິດວິນຍານທີ່ສົມບູນ ແລະ ຄວາມບໍລິສຸດຂອງຈິດໃຈ.

ດອກຈະວິວັດເປັນຫມາກ: ເຊິ່ງເຕີບໃຫຍ່ຂະຫຍາຍຕົວຢູ່ຈຸດທີ່ເປັນໃຈກາງຂອງດອກ ແລະ ເຮົາຈະແນມເຫັນໄດ້ຢ່າງງ່າຍດາຍ. ຫມາກບົວມີລັກສະນະຄ້າຍກັບຝັກບົວ ທີ່ໃຊ້ກັນຢູ່ໃນຫ້ອງອາບນໍ້າ. ຢູ່ໃນຫມາກບົວມີເຕົ້ານ້ອຍໆ ທີ່ມີແກ່ນຢູ່ ພາຍໃນ. ເຕົ້ານ້ອຍໆ ເຫຼົ່ານີ້ ແຈກຢາຍເປັນວົງ ຊ້ອນກັນຫຼາຍຊັ້ນ. ແກ່ນຂອງມັນ ຄົງຕົວຢູ່ໄດ້ຫຼາຍປີ ພາຍໃຕ້ເງື່ອນໄຂ ທີ່ເຫມາະສົມ. ແກ່ນຂອງຫມາກບົວມີສີຂາວ ແລະ ສາມາດກິນເປັນອາຫານໄດ້.

ສ່ວນວ່າເຫງົ້າ: ເຊິ່ງເປັນຮູບທໍ່ກົມຄ້າຍຮູບຮ່າງໃສ້ກອກໃຫຍ ມີຫຼາຍຮູ ຢູ່ດ້ານໃນ ມັກເອີ້ນກັນວາ “ຫົວບົວ” ກໍສາມາດນໍາມາປຸງແຕ່ງເປັນອາຫານໄດ້ ເຊັ່ນ ຕົ້ມເປັນເຄື່ອງດື່ມ ກິນເປັນຢາເຢັນ ຫຼື ເປັນອາຫານຫວານ. ໃບຂອງບົວຫຼວງ ມີສີຂຽວ ແລະ ເປັນແຜ່ນໃຫ່ຍແຜ່ກ້ວາງ ຢູເທິງຫນ້ານໍ້າ ເຫມືອນກັບດອກ. ເພິ່ນມັກນໍາເອົາໃບບົວ ມາໃຊ້ຫໍ່ສິ່ງຂອງຕ່າງໆ ເປັນຕົ້ນແມ່ນປະເພດອາຫານ.

ນອກນັ້ນ ຜູ້ຄົນຍັງມັກໃຊ້ໃຈສີຂຽວຂອງແກ່ນຫມາກບົວແກ ເຊິ່ງມີຣົດຂົມເລັກນ້ອຍເປັນຢາບາລຸງຫົວໃຈຍ້ອນຊາວພຸດແລະ ຊຸມຊົນທົ່ວໄປ ມັກນໍາໃຊ້ຕົ້ນບົວຫລວງ ຢູ່ໃນຊີວິດປະຈໍາວັນຂອງເຂົາເຈົ້າ ຫຼາຍພໍສົມຄວນ ເຂົາເຈົ້າຈຶ່ງຂຸດຄົ້ນ ຊິ້ນສ່ວນຕ່າງໆຂອງ ຕົ້ນບົວຫຼວງ ດັ່ງ ຫມາກ, ເຫງົາ, ຫົວບົວ ແລະ ດອກ ເປັນສິນຄ້າຕະຫຼອດປີ ເຊິ່ງສ້າງລາຍ ໄດ້ໃຫປະຊາຊົນໃນຫຼາຍທ້ອງຖິ່ນ ເປັນປົກກະຕິຕະຫຼອດມາ.

ຊາວພຸດ ຖືເອົາດອກບົວຫລວງ: ເປັນສັນຍະລັກອັນຫນຶ່ງ ຂອງຄວາມສວຍງາມ ແລະ ຈະເລີນຮຸ່ງເຮືອງຂອງຊີວິດ ເພາະເຊື່ອກັນວ່າ ແມ່ນດອກໄມ້ທີ່ມີການພົວພັນກັບພະພຸດທະເຈົ້າ, ສະນັ້ນ ພວກເຮົາຈຶ່ງມັກເຫັນ ດອກບົວຫຼວງ ທີ່ຜູ້ຄົນນໍາມາບູຊາ, ກາບໄຫ້ວພະ ຫຼື ສັກກາລະ ຢູ່ຕາມແທນບູຊາໃນວັດ ຫຼື ຕາມສະຖານທີ່ສັກສິດຕ່າງໆ, ການຈະເລີນເຕີບໃຫ່ຍຂອງຕົ້ນດອກບົວຫຼວງ ເປັນສັນຍະລັກທີ່ສະແດງເຖິງການມີອິດທິກາລັງ ເຊິ່ງຫມາຍເຖິງຄວາມກ້າວຫນ້າ ແລຍ ຈະເລີນຮຸ່ງເຮືອງດ້ານຈິດໃຈ ຫຼື ຈິດວິນຍານ ທີ່ໄດ້ພົ້ນອອດຈາກໂຄ່ນຕົມ ອັນເປັນແຫຼ່ງກໍາເນີດຂຶ້ນສູ່ຄວາມສະຫວ່າງສະໄຫວຂອງແສງແດດ.

ມີນີທານເລື່ອງຫນຶ່ງ : ທີ່ກ່າວເຖິງພະພຸດທະເຈົ້າ ສີທັດຖະ ໂຄຕະມະ ເຊິ່ງເປັນຜູ້ ຕົ້ນກໍາເນີດສາສະຫນາພຸດ ໄດ້ກ່າວໄວ້ວາ ພະອົງໄດ້ຖືກປະສູດຢູໃຕ້ຕົນຮັງ ເມື່ອພົ້ນອອກຈາກພະຄັນ (ທ້ອງ) ຂອງມານດາ ກໍສາມາດຍ່າງໄດ້ ເຈັດກ້າວ ເຊິ່ງແຕ່ລະກ້າວ ມີດອກບົວບານຮອງຮັບ, ໃນເມືອ ພະອົງໄດ້ຕັດສະຣູ້ ເປັນພະພຸດທະເຈົ້າແລ້ວ ກໍເຜີຍແຜ່ທໍາມະໃຫ້ແກ່ປວງຊົນທັງຫຼາຍ ໃຫ້ໄດ້ພົ້ນຈາກຄວາມເປັນທຸກທາງດ້ານຈິດໃຈ ໂດຍຖືເອົາການຈະເລີນເຕີບໂຕຂອງບົວຫລວງ ມາປຽບທຽບໃຫ້ຟັງ.ໃນທາງສາສະຫນາ ຖືວ່າ ດອກບົວ ທີ່ກໍາລັງຈູມຢູ່ນັ້ນ ປຽບເຫມືອນຫົວໃຈຂອງສິ່ງທີ່ມີຊີວິດທັງມວນ ແລະ ດອກບົວ ທີ່ກໍາລັງເບັ່ງບານ ກໍປຽບເຫມືອນພະພຸດທະເຈົ້າ ທີ່ກໍາລັງສະແດງພະທໍາຄໍາສອນ ດັ່ງນັ້ນ ພວກເຮົາ ມັກຈະເຫັນຮູບພາບ ຫຼື ຮູບປັ້ນຂອງພະພຸດທະເຈົ້າ ນັ່ງຢູເທິງດອກບົວທີ່ກໍາລັງເບັ່ງບານ ຢ່າງສະຫງ່າງາມ.

ນອກຈາກ ບົວຫລວງແລ້ວ: ຕົ້ນໂພ ກໍເປັນສັນຍະລັກອັນຫນຶ່ງຂອງຊາວພຸດ, ຕົ້ນໂພ ເປັນຕົ້ນໄມ້ໃຫ່ຍ ທີ່ມີລາຕົ້ນແຂງແກ່ນ, ມີອາຍຸຍືນຍາວ, ມີກິ່ງກ້ານ ແລະ ໃບແຜ່ ອອກຢ່າງກ້ວາງຂວາງ, ໃບໂພ ມີຮູບລັກສະນະຄ້າຍກາຫົວໃຈ. ເຮົາມັກຈະເຫັນ ຕົ້ນໂພ ເຕີບໃຫຍ່ຢູ່ຕາມວັດຕ່າງໆ ແລະ ເຊື່ອວ່າມີສິ່ງສັກສິດສິ່ງສະຖິດຢູໃນຕົ້ນໂພ.

ຫຼັງຈາກການຕັກບາດ ໃນງານບຸນຕ່າງໆໃນວັດ ຜູ້ຄົນທັງຫຼາຍ ມັກຈະໃສ່ເຂົ້າ, ບູຊາ ແລະ ຈູດທູບທຽນ ຢູໃຕ້ຕົ້ນໂພ ເພື່ອອຸທິດບຸນກຸສົນໃຫ້ແກ່ຍາດຕິພີ່ນ້ອງ ທີ່ຕາຍໄປແລ້ວ ແລະ ຍັງອະທິຖານເພື່ອໃຫ້ສິ່ງສັກສິດ ທີ່ສິງສະຖິດຢູ່ໃນຕົ້ນໂພນັ້ນ ຄຸ້ມຄອງຕົນເອງໃຫ້ຢູ່ເຢັນເປັນສຸກ, ມີຄວາມແຂງແກ່ນ ແລະ ມີອາຍຸຍືນຍາວເຫມືອນດັ່ງຕົ້ນໂພ, ນອກຈາກນັ້ນ ໃນຄໍາກ່າວອວຍພອນຜູ້ເຖົ້າ, ພໍ່ ແມ່ ຫຼື ຜູ້ອາວຸໂສ ທີ່ເຮົາໃຫ້ນັບຖື ເຮົາກໍມັກຈະໄດ້ຍິນຄໍາເວົ້າ ທີ່ວ່າ “ຂໍໃຫ້ທ່ານມີອາຍຸຍືນຍາວ ເພື່ອເປັນຮົ່ມໂພຮົ່ມໄຊໃຫ້ແກ່ລູກຫຼານເຖີ້ນ”.

ນອກນັ້ນ ແລ້ວ ຍັງນຳໃຊ້ເປັນຢາເຊັ່ນ:

ບົວເປັນອາຫານ ແລະ ເປັນຢາຫ້າມເລືອດ ເມື່ອຖ່າຍໜັກອອກເລືອດ, ຖ່າຍເບົາອອກເລືອດ, ຮາກອອກເລືອດ, ເລືອດດັງອອກ, ເລືອດໄຫຼໃນມົດລູກ, ກິນມື້ໜຶ່ງ 6-12 ກຼາມ ໃນຮູບຢາຕົ້ມ. ໝາກບົວເປັນຢາບໍາລຸງທາດ, ນອນບໍລັບ, ປະສາດຊຸດໂຊມ, ກິນມື້ລະ 10-30 ກຼາມ, ໃນຮູບແບບຢາຕົ້ມ, ຢາຝຸ່ນ. ບົວແກ່ ທີ່ເອົາແກ່ນອອກແລ້ວເປັນຢາປົວເລືອດຄ້າງ, ເຈັບທ້ອງ, ເກີດລູກແລ້ວແຮ່ບໍ່ອອກ, ເລືອດຕົກ, ຍ່ຽວຍາກ,ຍ່ຽວອອກເລືອດ, ໃຊ້ຕາມຕໍ່າລາ: ບົວ 5 ອັນ, ຫົວຫຍ້າແຫ້ວໝູ 80 ກຼາມ, ເຜົາໄຟໃຫ້ເປັນຖ່ານ, ບົດເປັນຝຸ່ນ, ກິນເທື່ອລະ 4-12 ກຼາມ ມື້ນຶ່ງ 2-3 ຄັ້ງ. ໃບບົວ ຍັງເປັນຢາປົວພະຍາດຫົວໃຈຊຸດໂຊມ, ໂດຍສົມທົບກັບໝາກສ້ອຍ (Leonurus heterophyllus Sw). ເກສອນຜູ້ເປັນຢາຫ້າມເລືອດ ເມື່ອລົງປະຈຳເດືອນ, ຮາກອອກເລືອດ, ອະຊຸຈິອອກເລືອດຕາມລຳພັງ, ກິນມື້ລະ 5-10 ກຼາມໃນຮູບແບບຢາຕົ້ມ.

ຂອບໃຈທີ່ມາ https://www.phakhaolao.la/

Related Posts

Leave a Reply

Your email address will not be published. Required fields are marked *