ອອກມາແລ້ວລາຍຊື່ຜູ່ທີ່ສະໝັກ ສສຊ ຊຸດທີ IX ມີຄົບທົ່ວທຸກແຂວງ ແຂວງໃດມີໃຜແດ່ອ່ອນໄດ້ເລີຍ.
ຜ່ານການຄົ້ນຄວ້າພິຈາລະນາ ຕົກລົງເຫັນດີ ຂອງກອງປະຊຸມຄັ້ງວັນທີ 27 ມັງກອນ 2021
ແຈ້ງການກ່ຽວກັບ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາ ຊິກສະພາແຫ່ງຊາດ ຊຸດທີ IX ຢູ່ເຂດເລືອກຕັ້ງຕ່າງໆ.
ໃນຂອບເຂດທົ່ວປະເທດ ມີຜູ້ລົງສະໝັກທັງໝົດ 224 ທ່ານ, ຍິງ 49 ທ່ານ ແລະ ເລືອກເອົາ 164 ທ່ານ.


ວິທີການຈັດຕັ້ງປະຕິບັດ


1. ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະ ຫາຊົນ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດມີສິດ ແລະ ໜ້າທີ່ຈັດຕັ້ງໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນ ແລະ ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ກໍມີສິດໂຄສະນາຫາສຽງ ໃຫ້ແກ່ຕົນເອງຕາມລະບຽບກົດໝາຍ;


2. ຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ຜູ້ສະໝັກຮັບເລືອກຕັ້ງໃນແຕ່ລະ ເຂດເລືອກຕັ້ງ ຕ້ອງປຶກສາຫາລື ກ່ຽວກັບແຜນການ, ຂັ້ນຕອນ, ຮູບການ, ວິທິການລະອຽດໃນ ການໂຄສະນາຫາສຽງ, ການຈັດວາງຕາຕະລາງການເຄື່ອນໄຫວ ຂອງຜູ້ສະໝັກຮັບເລືອກຕັ້ງຢູ່ ໃນເຂດເລືອກຕັ້ງຂອງຕົນໃຫ້ແທດເໝາະກັບສະພາບ ຕື່ນຕົວທາງດ້ານການເມືອງຂອງປະຊາຊົນ ແລະ ເງື່ອນຕົວຈິງຢູ່ແຕ່ລະທ້ອງຖິ່ນ, ການຈັດຕັ້ງໜ່ວຍໂຄສະນາຫາສຽງຂອງ ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໃຫ້ປະຕິບັດດັ່ງນີ້:
2.1. ໃຫ້ຈັດຕັ້ງໜ່ວຍໂຄ ສະນາຫາສຽງ ສະມາຊິກສະພາແຫ່ງຊາດຕ່າງຫາກ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງຕ່າງຫາກ ໝາຍຄວາມວ່າໃຫ້ແຍກກັນເປັນໜ່ວຍໃຜໜ່ວຍລາວ;


2.2. ສໍາລັບເຂດເລືອກຕັ້ງ ທີ່ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈໍານວນໜ້ອຍທ່ານ ໃຫ້ຈັດເປັນຈຸດຽວ, ຖ້າເຂດໃດມີຜູ້ສະໝັກຫຼາຍທ່ານ ໃຫ້ຈັດເປັນຫຼາຍຈຸ ຕາມຄວາມເໝາະສົມ ເພື່ອໂຄສະນາຫາສຽງ ໃນເຂດເລືອກຕັ້ງຂອງຕົນ;

3. ການກະກຽມສະຖານທີ່ການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງ ເພື່ອໄປໂອ້ລົມປະຊາຊົນນັ້ນ ຄວນຈັດ ຢູ່ບ່ອນເໝາະສົມ ເຊັ່ນ: ຢູ່ສະ ໂມສອນຫ້ອງວ່າການແຂວງ, ນະຄອນຫຼວງວຽງຈັນ, ຫ້ອງວ່າການເມືອງ, ນະຄອນ, ບ້ານ ຫຼື ບໍລິເວນປະຊາຊົນເຕົ້າໂຮມຢູ່ຫຼາຍ, ສໍາລັບ ເຂດຊົນນະບົດທີ່ຫ່າງໄກສອກຫຼີກນັ້ນ ຄວນເລັ່ງໃສ່ບາງຈຸດ ທີ່ສາມາດເຕົ້າໂຮມປະຊາຊົນ ເພື່ອໃຫ້ພົບກັບຜູ້ສະໝັກຮັບເລືອກຕັ້ງ.