ກະຊວງປ້ອງກັນປະເທດ ສຫລ ຊ່ວຍບູລະນະ ໂຮງໝໍເມືອງຄົງເຊໂດນ ແຂວງສາລະວັນ ໃນມູນຄ່າເກືອບ 8 ແສນໂດລາ


ໃນວັນທີ 26 ມັງກອນຜ່ານມານີ້ ທ່ານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ດຣ. ປີເຕີ້ ເຮມ໋ອນ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ແຂວງສາລະວັນ ພ້ອມດ້ວຍທ່ານອາຄົມ ລຳວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ເປັນກຽດເຂົ້າຮ່ວມພິທີວາງສີລາລືກ ເພື່ອການບູລະນະຮອບດ້ານ ໂຮງໝໍເມືອງຄົງເຊໂດນ, ແຂວງສາລະວັນ. ໃນພິທີດັ່ງ ກ່າວໄດ້ມີການເຊັນບົດບັນທືກຄວາມເຂົ້າໃຈຢ່າງເປັນທາງການເພື່ອບໍລິຫານປະ ສານງານຂອງການບູລະນະໂຮງໝໍ ລະຫວ່າງ ກະຊວງປ້ອງກັນປະເທດສະຫະ ລັດ ອາເມຣິກາ ແລະ ພະແນກສາທາລະນະສຸກ ແຂວງສາລະວັນ.
ປີ 2021 ນີ້ແມ່ນເປັນສັນຍາລັກອັນສຳຄັນໃນການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ຄົບຮອບ 5 ປີ. ວຽກງານນີ້ ກໍ່ແມ່ນເປັນສ່ວນຫນື່ງຂອງການຮ່ວມມື ທີ່ທາງສະຫະລັດອາເມຣິກາ ໄດ້ໃຫ້ ການຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ບັນລຸໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງເຊີ່ງໃນນັ້ນແມ່ນລວມເອົາເປົ້າຫມາຍທີ 3 ເພື່ອສຸຂະພາບທີດີ ແລະຊີວິດ ການເປັນຢູ່ທີ່ດີ. ການບູລະນະໂຮງໝໍ ເມືອງຄົງເຊໂດນແຫ່ງນີ້ ຈະຊ່ວຍປັບປຸງການເຂົ້າເຖິງການປິ່ນປົວສຸຂະພາບ ໃຫ້ແກ່ປະຊາຊົນ ເມືອງຄົງເຊໂດນ ແລະ ແຂວງສາລະວັນ.
ທ່ານທູດເຮມ໋ອນ ໄດ້ກ່າວວ່າ “ໂຮງໝໍເມືອງຄົງເຊໂດນ ເປັນອີກໜື່ງໃນຄວາມໝາຍທີ່ສຳຄັນ ໃນຄວາມມຸ້ງໝາຍ ຂອງສະຫະລັດອາເມຣິກາ ທີ່ມີຕໍ່ດ້ານສຸຂະ ພາບ ແລະສະຫວັດດີການຂອງປະຊາຊົນໃນ ສປປ ລາວ ແລະຕໍ່ມິດຕະພາບອັນຍິ່ງໃຫ່ຍ ລະຫວ່າງປະຊົນຊົນຂອງສອງຊາດກໍ່ຄື ສະຫະລັດອາເມຣິກາແລະ ສປປ ລາວ. ນີ້ແມ່ນເປັນນິມິດໝາຍທີ່ດີ ເຊີ່ງສະແດງໃຫ້ເຫັນວ່າໂຮງໝໍແຫ່ງນີ້ຈະສືບຕໍ່ສະໜອງການຊ່ວຍເຫລືອແກ່ປະຊາຊົນແຂວງສາລະວັນ ເປັນເວລາອີກຫຼາຍໆປີຕໍ່ໄປ.”
ນັບເປັນເວລາຫຼາຍກວ່າ 20 ປີແລ້ວ ສະຫະລັດອາເມຣິກາ ໂດຍຜ່ານກະຊວງປ້ອງກັນປະເທດ ແລະ ໜ່ວຍງານວິສະກອນກອງທັບບົກຂອງສະຫະລັດ ໄດ້ສະໜອງການຊ່ວຍເຫຼືອເປັນມູນຄ່າຫຼາຍກວ່າ 4 ລ້ານ 5 ແສນໂດລາ ໃຫ້ແກ່ແຂວງສາລະວັນ ສໍາລັບໂຄງການປຸກສ້າງເພື່ອວຽກງານຊ່ວຍເຫຼືອດ້ານມະນຸດ ສະທຳ ເຊີ່ງໃນນັ້ນມີມູນຄ່າເກືອບ 800,000 ໂດລາ ໄດ້ຖືກນຳໃຊ້ເຂົ້າໃນການບູລະນະໂຮງໝໍເມືອງຄົງເຊໂດນ.
ໂຮງໝໍແຫ່ງນີ້ແມ່ນໄດ້ມີການປຸກສ້າງຂື້ນເທື່ອທຳອິດໂດຍໜ່ວຍງານວິສະກອນກອງທັບບົກ ຂອງສະຫະລັດອາເມຣິກາ ໃນປີ 2003 ແລະໄດ້ຕອບສະໜອງການຊ່ວຍເຫຼືອທາງດ້ານສາທາລະນະສຸກໃຫ້ແກ່ປະຊາຊົນແຂວງສາລະວັນນັບຕັ້ງແຕ່ນັ້ນມາ. ໂດຍຜ່ານການຮ່ວມມືຂອງກະຊວງປ້ອງກັນປະເທດສະຫະລັດ ແລະ ລັດຖະບານຂອງ ສປປ ລາວ ມາຮອດປະຈຸບັນນີ້ ແມ່ນໄດ້ໃຫ້ທຶນການປຸກສ້າງໂຄງການ 4 ແຫ່ງ ເປັນຕົ້ນແມ່ນ ສຸກສາລາເລົ່າຄ່າ ແລະ ໂຮງຮຽນຫ້ວຍເຂົ້າໝິ້ນ ຢູ່ໃນແຂວງຄຳມ່ວນ (ປຸກສ້າງສໍາເລັດເດືອນພຶດສະພາ 2020) ການບູລະນະໂຮງໝໍເມືອງຄົງເຊໂດນ ແລະໂຮງຮຽນສີວິໄລຢູ່ໃນແຂວງຄຳມ່ວນ (ຄາດໝາຍວ່າຈະເລີ້ມການປຸກສ້າງໃນພາຍປີ 2021 ນີ້). ບັນດາໂຄງການເຫຼົ່ານີ້ເປັນພຽງສ່ວນໜື່ງຂອງການຂະຫຍາຍວຽກງານຂອງສະຫະລັດອາເມຣິກາ ຢູ່ໃນ ສປປ ລາວໃນຫຼາຍໆຂົງເຂດ ເຊັ່ນວ່າ ດ້ານສາທາລະນະສຸກ ການສຶກສາ ໂພຊະນາການ ການເກັບກູ້ລະເບີດທີ່ບໍ່ທັນແຕກ ການບັງຄັບໃຊ້ກົດໝາຍ ແລະ ດ້ານອື່ນໆອີກ.
cr. VOA Lao