ປະຊາຊົນບ້ານຍົມມະລາດໃຕ້ ເມືອງຍົມມລາດ ແຂວງຄຳມ່ວນ ຄົ້ນພົບພຣະພຸດທະຮູບຈຳນວນ 34 ອົງ ທີ່ພູຜາປາດ
ໃນວັນທີ 12 ທັນວາ 2021 ທີ່ບ້ານຍົມມະລາດໃຕ້ ເມືອງຍົມມະລາດ ແຂວງຄຳມ່ວນ ປະຊາຊົນໄດ້ນຳເອົາພຣະພຸດທະຮູບຈຳນວນ 34 ອົງ, ການ້ຳ 1 ອັນ ມາເກັບທີ່ວັດສີບຸນເຮືອງ ເມືອງຍົມມະລາດ.

ຕາມການລາຍງານຂອງການຈັດຕັ້ງບ້ານໃຫ້ຮູ້ວ່າ: ໃນວັນທີ 8 ທັນວາ 2021 ທ້າວ ຕີ ໄຊພິທັກ ອາຍຸ 12 ປີ ແລະ ທ້າວ ຕີ ຄູນວິໄລ ອາຍຸ 11 ປີ ໄດ້ພາກັນໄປຫາກິນ ( ໄປຍິງເຈຍ ) ຈຶ່ງໄດ້ພົບເຫັນພຣະພຸດທະຮູບດັ່ງກ່າວ. ຫຼັງຈາກນັ້ນທັງ 2 ຄົນໄດ້ພາກັນມາເຮືອນແລ້ວບອກໃຫ້ທ້າວ ພູ ຄູນວິໄລ ແລະ ທ້າວ ຄຳພາ ໄຊພິທັກ ເຊິ່ງເປັນພໍ່ຂອງເດັກທັງ 2 ຄົນ ວ່າຕົນ ໄດ້ພົບເຫັນພຣະພຸດທະຮູບທີ່ຖ້ຳດັ່ງກ້າວ. ເມື່ອທ້າວ ພູ ແລະ ທ້າວ ຄຳພາ ໄດ້ແຈ້ງໃຫ້ການຈັດຕັ້ງບ້ານເພື່ອລົງໄປເບິ່ງຕົວຈິງ.

ຜ່ານການກວດກາຕົວຈິງເຫັນວ່າແມ່ນມີພຣະພຸດທະຮູບແທ້ການຈັດຕັ້ງບ້ານຈຶ່ງໄດ້ສະເໜີມາຍັງການຈັດຕັ້ງ ແລະ ຫ້ອງການທີ່ກ່ຽວຂ້ອງເພື່ອຫາວິທີເກັບຮັກສາ.

ສະນັ້ນມາວັນທີ 12 ທັນວາ 2021 ອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນບ້ານຍົມມະລາດໃຕ້ ໄດ້ພ້ອມກັນໄປນຳເອົາພຣະພຸດທະຮູບດັ່ງກ່າວມາປະດິດສະຖານທີ່ວັດສີບຸນເຮືອງບ້ານຍົມມະລາດໃຕ້ ເຊິ່ງນຳໂດຍ ທ່ານ ນ ບຸນຕາ ບຸດສີດາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ມີບັນດາທ່ານອຳນາດການປົກຄອງບ້ານ, ເຖົ້າຂຸນແນວໂຮມ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ປະຊາຊົນບ້ານຍົມມະລາດໄຕ້ເຂົ້າຮ່ວມສັກກະລະບູຊາ.

ຂ່າວ-ພາບ: ຫ້ອງການ ຖວທ ເມືອງຍົມມະລາດ