ຂ່າວດ່ວນ
ດ່ວນ!ພົບເຫັນພໍ່ຕູ້ພວງອາຍຸ95ປີຫຼົງປ່າທີ່ນ້ຳປ່ຽນຢໍລະປາ


ວັນທີ 1/2/2021 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກທີ່ມີຊື່ວ່າ Nick Metallic Dokkhaithong ໄດ້ໂພສວ່າ “ພໍ່ຕູ້ຂ້ອຍເຫັນແລ້ວ ແຕ່ເປັນສົບ ໂອ້ຍພໍ່ຕູ້ເອີ້ຍ”


ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າ ແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໃດ້ເຂົ້າໄປຫາກິນໃນປ່າແລ້ວພົບສົບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍ.


ແຕ່ວັນທີ 02/10/2020, ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໃດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນວ່າເປັນຮ່າງເສຍຊີວິດຂອງພໍ່ຕູ້ພວງແທ້, ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ.


ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ, ສ່ວນສາຍເຫດການເສຍຊີວິດ ແລະ ລາຍລະອຽດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ.ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງພໍ່ຕູ້ພວງ
ທີ່ມາ.

