‼ລາຍງານຈາກຄະນະສະເພາະກິດຖະແຫຼງຂ່າວພິເສດ ເວລາ 6 ໂມງແລງ ໃນວັນທີ 6 ມັງກອນ 2021 ເຊິ່ງລາຍງານໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ກ່ຽວກັບການພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ກໍລະນີທຳອິດ ສປປ ລາວ.
ໃນວັນທີ 2 ມັງກອນ 2022 ໄດ້ມີຖຽວບິນAK 7552 ຈາກປະເທດມາເລເຊຍ ເດີນທາງມາ ສປປ ລາວ ເຊິ່ງໄດ້ກວດຫາເຊື້ອຜູ້ເດີນທາງມາລວມເຖິງພະນັກງານຈຸບິນ ແລະ ໄດ້ກວດພົບຜູ້ຕິດເຊື້ອສາຍພັນດັ່ງກ່າວ 1 ກໍລະນີ
ເປັນເພດຍິງ ສັກວັກຊີນຄົບໂດສ ມີປະຫວັດເດີນທາງມາຈາກປະເທດອິນເດຍ ໂດຍຜ່ານປະເທດສີລັງກາ ແລ້ວມາຕໍ່ຍົນທີ່ປະເທດມາເລເຊຍ ກ່ອນຈະມາຮອດ ສປປ ລາວ. ສຳລັບຜູ້ຕິດເຊື້ອແມ່ນໄດ້ເຂົ້າປິ່ນປົວໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ຮຽບຮ້ອຍແລ້ວ.
ຢ່າງໃດກໍຕາມຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງໄດ້ອອກມາດຕະການຮີບດ່ວນເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກສູ່ວົງກ້ວາງ. ຂໍໃຫ້ທຸກທ່ານຈົ່ງມີສະຕິລະວັງໂຕ ໃຊ້ຊີວິດບໍ່ປະໝາດ ແລະ ປ້ອງກັນຕົນເອງໃຫ້ດີ.
(ລາຍລະອຽດເພີ່ມເຕີມພາຍຫຼັງ)
ຊົມຄຣິບ.