ສັບພະຄຸນພຶດ

ແຊຣ໌ເກັບໄວ້ເລີຍ.!!.ສະໝຸນໄພພື້ນບ້ານ ໃບຫູຊ້າງ ຊ່ວຍແກ້ເຈັບຫູ ແລະ ເຈັບປ້າງ

#ລັກສະນະພືດສາດ:

ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າເລືອສັ້ນ, ຂະໜາດ 1 ຊມ, ອວບນ້ຳ. ປົກຄຸມດ້ວຍເກັດ, ເກັດຮູບແຖບກ້ວາງ, ກ້ວາງ 1 ຊມ, ຍາວ 1.5 ຊມ, ປາຍແຫຼມ, ສີນ້ຳຕານ; ໃບບໍ່ສ້າງສະປໍ ເປັນແຜ່ນໃບຂະໜາດໃຫຍ່ຄ້າຍໂລ້ຕັ້ງຂື້ນ, ຍາວ 50-110 ຊມ, ກ້ວາງ 25-55 ຊມ, ປາຍຢັກເລິກປະມານ 20 ຊມ, ຜິວໃບປົກຄຸມດ້ວຍຂົນຮູບດາວ.

ໃບສ້າງສະປໍ ຫ້ອຍລົງດ້ານລຸ່ມຍາວໄດ້ເຖີງ 2 ມ, ແຜ່ນໃບແຕກເປັນງ່າມແຄບແບບເພີ່ມທະວີຂື້ນຢ່າງສະໝ່ຳສະເໝີ. ກຸ່ມອັບສະປໍ ເກີດຢູ່ກ້ານໃບທີ່ແຍກເປັນແສກຄ້າຍຄືຮູບບ່ວງຂ້ວມ, ຂະໜາດ 15 ຊມ.

#ການນຳໃຊ້:

ປິ່ນປົວພະຍາດ: ແກ້ເຈັບຫູ ແລະ ເຈັບປ້າງ, ສ່ວນທີ່ໃຊ້: ໃບ, ວິທີການນຳໃຊ້: ໃຊ້ໃບແຊ່ນ້ຳຮ້ອນແລ້ວເອົານ້ຳມາທາຫູ, ສ່ວນເຈັບປ້າງແມ່ນໃຊ້ໃບຕຳໂພະບໍລິເວນທີ່ເຈັບ.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button