ຂຶ້ນຊື່ວ່າຜັກຫວານຫຼາຍ ຄົນກໍຄົງຈະຮູ້ຈັກ ເພາະສາມາດນຳມາປຸງແຕ່ງອາຫານໄດ້ຫຼາກຫຼາຍຊະນິດທັງມີໂປຣຕີນ, ວິຕາມິນເຊ ແລະ ໃຍອາຫານສູງ ຊ່ວຍຫຼຸດອາການເລືອດອອກຕາມຮອຍແຂ້ວ ແລະ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.

ຕົ້ນຜັກຫວານ ເປັນພືດປ່ຽນໃບ, ມີຂະໜາດຄວາມສູງເຖິງ 13 ມ ມີເຮືອນຍອດເປັນຮູບຊົງບັ້ງ, ກິ່ງງ່າ, ຫຼຸບ ຫຼື ກ່ອງລົງລຸ່ມ. ໃບຂອງມັນແຂງ ແລະ ເປັນຮູບໄຂ່, ມີຂະໜາດ 4-16 x 2.5-7 ຊມ. ຊໍ່ດອກເປັນຈຸ້ມ ປະກອບດ້ວຍສີ່ ຫາ ຫ້າດອກ, ທີ່ມີຄວາມຍາວ 15-20 ຊມ ແລະ ເກີດຂຶ້ນຢ່າງບໍ່ເປັນລະບຽບ ຕາມປຸ່ມຂອງລຳຕົ້ນ, ງ່າ ຫຼື ຫູໃບ. ດອກມີຂະໜາດ 1.5 ມມ ເປັນສີຂຽວອ່ອນ ມີກິ່ນຫອມ. ໝາກເປັນໜ່ວຍກົມໆ, ສີຂຽວອົມເຫຼືອງມີເນື້ອຫຼາຍ, ເປັນພົ້ວ, ມີຂະໜາດ 2.3-4 x 1.5-2 ຊມ ແລະ ມີແກ່ນດຽວ. ຜັກຫວານ ສາມາດແຍກອອກໄດ້ເປັນສອງຊະນິດ, ຊຶ່ງເກີດໃນປ່າປະເພດຕ່າງກັນ ຄື: ຜັກຫວານໂຄກ ເກີດຢູ່ໃນເຂດປ່າໂຄກ ແລະ ຜັກຫວານດົງ ແມ່ນເກີດໃນປ່າດົງດິບ.
ຜັກຫວານດົງ ມີລັກສະນະຄ້າຍຄືກັນກັບ Urobotrya siamensis Hiepko, ຊຶ່ງໃບບັນຈຸມີທາດເບື່ອ ແຕ່ສາມາດຈຳແນກໄດ້ ໂດຍໝາກຂອງມັນທີ່ເປັນສີແດງ ມີຂະໜາດຄວາມຍາວ 1 ຊມ. ນອກນີ້ ຍັງມີຜັກຫວານຊະນິດອື່ນໆ ທີ່ເກີດຢູ່ໃນລາວ ແຕ່ວ່າມາຈາກສະກຸນຕ່າງກັນເຊັ່ນ: ຜັກຫວານບ້ານ(Sauropus spp., Euphorbiaceae) ຊຶ່ງຄົນມັກປູກຕາມສວນຄົວ.

ຜັກຫວານ ເປັນຜັກປ່າຊະນິດໜື່ງ ຊຶ່ງຍອດອ່ອນ, ຊໍ່ດອກ ແລະ ໝາກອ່ອນຂອງມັນ ໄດ້ຖືກນຳມາປຸງແຕ່ງເປັນອາຫານ ໃສ່ກັບປາ ຫຼື ແຈ່ວຍອດຫວາຍ. ໝາກສຸກຂອງມັນ ກໍ່ກິນໄດ້ເຊັ່ນກັນ. ໃບແກ່ຂອງມັນໃຊ້ສຳລັບປົວອາການເຈັບຄໍຂອງເດັກນ້ອຍ ແລະ ຮາກນັ້ນບາງເທືອກໍໃຊ້ປິ່ນປົວອາການເປັນໄຂ້
ຮາກຜັກຫວານສາມາດນຳມາຕົ້ມເພື່ອຮັກສາມົດລູກ ແລະ ແກ້ບີພິການ, ແກ່ນສາມາດນຳມາຕົ້ມຮັບປະທານແກ້ອາການປວດຕາມຂໍ້, ແກ້ຮ້ອນໃນ, ແກ້ອາການຢາກນ້ຳເຮັດໃຫ້ຮູ້ສຶກຊຸ່ມຊື່ນ ເພາະອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ສຳຄັນ, ຊ່ວຍຫຼຸດຄວາມສ່ຽງໃນການເກີດໂລກມະເຮັງເພາະມີສານເບຕ້າແຄນໂຣທີນ, ວິຕາມິນເອ, ວິຕາມິນເຊ ແລະ ສານຟີນອະລິກທັງຊ່ວຍຫຼຸດອາການໄຂ້ເຮັດໃຫ້ເຊົາໄວກວ່າປົກກະຕິສາມາດນຳມາເຮັດເປັນຊາຜັກຫວານດື່ມເພື່ອ ແກ້ອາການຮ້ອນໄນ ແລະ ຕ້ານອະນຸມູນອິດສະຫຼະ
ນອກຈາກນັ້ນຜັກຫວານຍັງມີແຄນຊຽມ ແລະ ທາດອາຊິດສູງທີ່ຊ່ວຍບຳລຸງກະດູກ ແລະ ແຂ້ວ ຊ່ວຍເພີ່ມນ້ຳນົມແມ່ຫຼັງເກີດລູກໃໝ່,ໃບ ແລະຮາກສາມາດນຳມາຕຳ ເພື່ອຮັກສາບາດແຜເຮັດໃຫ້ເຊົາໄວຂຶ້ນ.