ຂ່າວດ່ວນ

ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງ​ລະດັບຊາດ​

ແຈ້ງການ: ການໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດປະຈໍາສົກຮຽນ2020-2021.

ຫ້ອງການກະຊວງສຶກສາທິການ ແລະ ກິລາຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຕາມແຜນວຽກຈຸດສຸມ ແລະ ບູລິມະສິດຂອງກົມສາມັນສຶກສາ ໃນລະຫວ່າງ ວັນທີ 23-26 ມີນາ 2021 ຈະໄດ້ມີການຈັດຕັ້ງການສອບເສັງ ແຂ່ງຂັນນັກຮຽນເກັ່ງລະດັບຊາດປະຈໍາສົກຮຽນ 2020-202.

ແຕ່ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ coVID-19 ທີ່ກໍາລັງລະບາດ ໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະ ເຫດໃນໂລກ, ເພື່ອເປັນການປ້ອງກັນ, ຄວບຄຸມ ພະຍາດດັ່ງກ່າວ.

ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ໂຈະການ ສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2020-2011 ນີ້ແລະ ສະເຫນີໃຫ້ ທ່ານ ປະຕິບັດດັ່ງລຸ່ມນີ້:

1. ໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນ ແຂວງ ຂອງຕົນ.

2. ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດຄື:• ມອບໃບຍ້ອງຍໍ, ໃບຢັ້ງຢືນ, ເງິນລາງວັນ, ທຶນການສຶກສາ ແລະ ອື່ນໆ ຕາມຄວາມເຫມາະສົມ. • ສັບຊ້ອນນັກຮຽນເກັ່ງຊັ້ນ ມ.4 ເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍຫ້ອງພອນສະຫວັນ, ໂຮງຮຽນມັດທະຍົມສົມບູນພອນສະຫວັນ ຂອງແຂວງ, ມັດທະຍົມສົມບູນສັນຕິພາບ ແຂວງ ຫຼວງພະບາງ, ມັດທະຍົມສົມບູນວຽງຈັນ ນະຄອນຫຼວງ ວຽງຈັນ ,– ສັບຊ້ອນນັກຮຽນເກັ່ງ ມ.7 ເຂົ້າຮຽນມະຫາວິທະຍາໄລ ໃນທຶນການສຶກສາຕາມການແບ່ງປັນຂອງແຂວງ.

3. ລາຍງານຜົນການສອບເສັງໃຫ້ກົມສາມັນສຶກສາຕາມເວລາອັນເຫມາະສົມ.ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button