ໃນວັນທີ 2/2/2021 ພະແນກ ຖວທ ແຂວງຈຳປາສັກ ມີແຈ້ງການຍົກລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ ຂອງແຂວງຈຳປາສັກໃນໄລຍະທີ່ມີປະກົດການຕິດເຊື້ອຈາກແຮງງານທີ່ເຂົ້າມາຈາກຕ່າງປະເທດ.
ໃຫ້ສືບຕໍ່ ປິດຮ້ານບັນເທິງ, ຮ້ານຄາລະໂອເກະ ແລະ ຮ້ານເກມທຸກປະເພດ; ບໍ່ອະນຸຍາດໃຫ້ຈັດງານຄອນເສີດ,ງານລາຕີສະໂມສອນ ແແລະງານສະຫລອງບຸນປະເພນີ.
ໂດຍໃຫ້ຈັດຕາມຮີດຄອງແບບກະທັນຮັດ ບໍ່ເປັນງານໃຫ່ຍ ແລະປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ທທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ສ່ວນງານດອງກໍໃຫ້ຈັດແບບກະທັດຮັດ ແລະ ປະຢັດມັດທະຍັດ ຕາມຮີດຄອງປະເພນີອັນດີງາມ.
ອ່ານແຈ້ງການ.
