ແຈ້ງການ: ເຖິງພໍ່ແມ່ປະຊາຊົນທີ່ນໍາໃຊ້ເສັ້ນທາງເລກ11 ຊ່ວງໂນນສະຫວັນ ເມືອງຊະນະຄາມ ຫາ ຂົວປາກລາຍ ແຂວງໄຊຍະບູລີ (ທາງພູໃຫຍ່) ເຊິ່ງປັດຈຸບັນທາງເວັ້ນ ກິໂລແມັດທີ 62+500 ຈຸດຂົວບ້ານນາສັກ ໄດ້ຖືກຕັດຂາດຍ້ອນຝົນຕົກແຮງ.
ສະນັ້ນ ຈຶ່ງແຈ້ງມາຍັງຜູ້ທ່ີ່ມີຈຸດປະສົງຈະນຳໃຊ້ເສັ້ນທາງດັ່ງກ່າວ ໃຫ້ໄປໃຊ້ເສັ້ນທາງອື່ນແທນຊົ່ວຄາວ.
ປັດຈຸບັນທາງໂຄງການສົມທົບກັບບໍລິສັດຮັບເໝົາກຳລັງດຳເນີນການແກ້ໄຂ ເພື່ອໃຫ້ໄດ້ເປີດນຳໃຊ້ໂດຍໄວ.
ສ່ວນລົດກະບະ ລົດເກງ ລົດຕູ້ ແມ່ນສາມາດນຳໃຊ້ຂົວຂ້າງວັດບ້ານນາສັກໄດ້ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ. 22/2/2022.

…..

….

…..
