ຖະແຫລງຂ່າວ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ວັນທີ 26 ກຸມພາ 2022 ນີ້ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອອກມາຖະແຫລງວ່າ:
ສປປ ລາວ ຕິດຕາມຢ່າງໃກ້ຊິດ ສະພາບການທີ່ຜັນແປ, ສະຫລັບສັບຊ້ອນ ແລະ ມີຄວາມລະອຽດອ່ອນ ຢູ່ ຢູເຄຣນ.
ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມອົດກັ້ນ ແລະ ຄວາມພະຍາຍາມເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ທີ່ອາດສົ່ງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ສປປ ລາວ ສະໜັບສະໜູນຄວາມພະຍາຍາມໃນການແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານການເຈລະຈາ ທາງການທູດ.