ພາກກາງຂອງຫວຽດນາມເກີດອຸບັດເຫດເຮືອຫຼົ້ມເຮັດໃຫ້ 13 ຄົນເສຍຊີວິດ
ວັນທີ 26 ກຸມພານີ້, ຢູ່ນະຄອນໂຮຍອັນ ແຂວງກວາງນາມ ທາງພາກກາງຂອງຂອງຫວຽດນາມ ໄດ້ເກີດອຸບັດເຫດເຮືອທ່ອງທ່ຽວລຳໜຶ່ງຫຼົ້ມ ເຊິ່ງໄດ້ເຮັດໃຫ້ 13 ຄົນເສຍຊີວິດ ແລະ 4 ຄົນຫາຍສາບສູນ.
ຕາມຂ່າວແຈ້ງວ່າ: ເຮືອທ່ອງທ່ຽວທີ່ເກີດອຸບັດເຫດດັ່ງກ່າວໄດ້ບັນຈຸ 39 ຄົນ ເຊິ່ງລວມທັງນັກທ່ອງທ່ຽວ 36 ຄົນ ແລະລູກເຮືອ 3 ຄົນ.
ເຮືອລຳນີ້ໄດ້ປະສົບລົມ ແລະຄື້ນທະເລທີ່ຮ້າຍແຮງໃນເວລາເດີນເຮືອກັບຄືນນະຄອນໂຮຍອັນຈາກແຫຼ່ງທ່ອງທ່ຽວ.
ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງປະຕິບັດວຽກງານຊອກຄົ້ນຫາຜູ້ທີ່ຫາຍສາບສູນ ແລະສືບສວນຫາສາເຫດຂອງອຸບັດເຫດດັ່ງກ່າວ.
ທີ່ມາ.
https://www.facebook.com/1481813438714083/posts/3317324985162910/