ຊ່ວຍ​ກັນ​ແຊຣ໌!..​ ຄົວເຮີ່ ໄຟເຊ່ຍ ຊົນເຜົ່າມົ້ງ ຖືກຄັກເປັນເຂດເລືອກຕັ້ງ: ບໍລິຄັນ

ທ່ານ ຄົວເຮີ່ ໄຟເຊ່ຍ, ວັນ, ເດືອນ, ປີເກີດ 12.5.1976. ເກີດທີ່ບ້ານ ພູຈອມ, ເມືອງ ບໍລິຄັນ, ແຂວງ ບໍລິຄໍາໄຊ, ຊົນເຜົ່າ ມົ້ງ, ສາສະຫນາ ນັບຖືບັນພະບູລຸດ. ທີ່ຢູ່ປະຈຸບັນບ້ານ ຜາເມືອງ, ເມືອງ ບໍລິຄັນ, ແຂວງ ບໍລິຄໍາໄຊ. ຊັ້ນຕໍາແຫນ່ງ ແລະ ຫນ້າທີ່ຮັບຜິດຊອບ: ເປັນເລຂາຫນ່ວຍພັກ, ອໍານວຍການໂຮງຮຽນ ມສ ຜາເມືອງ.

ລະດັບການສຶກສາສາມັນ: ມັດທະຍົມປາຍ. ລະດັບວິຊາສະເພາະ: ປະລີນຍາຕີ ສາຂາວິຊາ ຄູທໍາມະຊາດ. ລະດັບທິດສະດີການເມືອງ: ຊັ້ນກາງ. ວັນ, ເດືອນ, ປີ ເຂົ້າລັດຖະກອນ: 01.9.1996. ວັນ, ເດືອນ, ປີ ເຂົ້າສະມາຊິກພັກສົມບູນ: 25.05.2010.

ການເຄື່ອນໄຫວໂດຍຫຍໍ້ແຕ່ລະໄລຍະ

  • 1985-1990 ຮຽນຈົບຊັ້ນປະຖົມ ຢູ່ໂຮງຮຽນປະຖົມສົມບູນພູຫມື່ນ ເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ.
  • 1990-1993 ຮຽນຈົບຊັ້ນມັດທະຍົມຕົ້ນ ຢູ່ໂຮງຮຽນມັດທະຍົມຕົ້ນຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ.
  • 1996-1999 ເປັນຄູສອນຢູ່ໂຮງຮຽນປະຖົມບ້ານຊຽງລື ເມືອງບໍລິຄັນ ແລະ ຮຽນຕໍ່ວິຊາສະເພາະ ຄູຊັ້ນກາງ ຢູ່ໂຮງ ຮຽນສ້າງຄູຫຼັກ 4.
  • 1999-2000 ເປັນຄູສອນຢູ່ໂຮງຮຽນປະຖົມບ້ານ ແຄນຢ່ອງ ເມືອງ ບໍລິຄັນ.
  • 2001-2003 ຮຽນຈົບວິຊາສະເພາະ ຊັ້ນສູງ ສາຂາວິຊາ ຄູທໍາມະຊາດ ຢູ່ວິທະຍາໄລສ້າງຄູບ້ານເກີນ.
  • 2003-2004 ເປັນອໍານວຍການໂຮງຮຽນມໍຕົ້ນບ້ານນາກຸນ ເມືອງ ບໍລິຄັນ.
  • 2005-2011 ເປັນຮອງອໍານວຍການໂຮງຮຽນ ມສ ຜາເມືອງ ເມືອງ ບໍລິຄັນ ແລະ ຮຽນຕໍ່ວິຊາສະເພາະ ຊັ້ນປະລິນຍາຕີ ສາຂາ້ ວິຊາ ຄູທໍາມະຊາດ ຢູ່ວິທະຍາໄລສ້າງຄູບ້ານເກີນ.
  • 2011-2013 ເປັນເລຂາຫນ່ວຍພັກ, ເປັນອໍານວຍການໂຮງຮຽນ ມສ ຜາເມືອງ ເມືອງ ບໍລິຄັນ.
  • 2013-2014 ຮຽນຈົບທິດສະດີ ຂັ້ນກາງ ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງບໍລິຄໍາໄຊ.
  • 2014 – ປະຈຸບັນ ເປັນເລຂາຫນ່ວຍພັກ, ອໍານວຍການໂຮງຮຽນ ມສ ຜາເມືອງ.ອົງການສະເຫນີ: ໂຮງຮຽນ ມສ ຜາເມືອງ, ເມືອງບໍລິຄັນ

Related Posts

Leave a Reply

Your email address will not be published. Required fields are marked *