ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 13 ມີນາ ທີ່ນະຄອນຫຼວງວຽງຈັນນີ້ວ່າ:
ປະຈຸບັນ ລາຄານ້ຳມັນໂລກ ປັບຂຶ້ນສູງເຖິງ 150-180 ໂດລາສະຫະລັດຕໍ່ບາເຣວແລ້ວ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟ ຕະຫລາດໂລກເໜັງຕີງຂຶ້ນສູງເຮັດໃຫ້ບາງບໍລິສັດຕ້ອງດໍາເນີນທຸລະກິດ ໃນສະພາບຂາດທຶນ ແລະ ເຮັດໃຫ້ຈໍານວນນໍາເຂົ້າຫຼຸດລົງ
ຂະນະທີ່ນໍ້າມັນທີ່ນໍາມາຈໍາໜ່າຍໃຫ້ລູກຄ້າກໍມີປະລິດມານຈໍາກັດລົງເປັນເຫດໃຫ້ບາງປໍ້ານໍ້າມັນເຊື້ອໄຟທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫຼືຈໍາໜ່າຍໝົດກ່ອນການສະໜອງ ແລະກໍມີຫຼາຍປໍ້າທີ່ໄດ້ປິດລົງ.
ທ່ານກ່າວຕື່ມອີກວ່າ, ໃນຕໍ່ໜ້າຖ້າລາຄາຍັງສືບຕໍ່ປັບຂຶ້ນສູງຂຶ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດ້ປັບຂຶ້ນສູງຢ່າງແນ່ນອນ.
ຂໍ້ມູນຈາກ: KPL