ເຮືອບິນໂບອິງ 737-800 ຂອງສາຍການບິນ China Eastern airlines ຕົກ
ເຮືອບິນໂດຍສານໂບອິງ 737-800 ໝາຍເລກທະບຽນ B-1791 ຂອງສາຍການບິນ China Eastern Airlines ໄດ້ເກີດອຸບັດຕິເຫດຕົກໃນຂະນະທີ່ບໍລິການຢູ່ໃນຖ້ຽວບິນ MU5735 ຈາກຄຸນໝິງໄປກວາງໂຈ່ວ ໃນວັນທີ 21/03/2022
ບັນທຸກຜູ້ໂດຍສານທັງໝົດ 133 ຄົນ ໃນນັ້ນມີຜູ້ໂດຍສານ 124 ຄົນ ແລະ ລູກເຮືອ 9 ຄົນ.
ອົງການການບິນພົນລະເຮືອນຂອງ ສປ ຈີນ (CAAC) ໄດ້ຢືນຢັນການຕົກ.
ຄລີບ.
ໂດຍເຮືອບິນໄດ້ຕົກລົງໃນຮ່ອມພູ ເຮັດໃຫ້ລະເບີດ ແລະ ໄຟໄດ້ແຜ່ລາມເປັນບໍລິເວນກວ້າງ. ທັ້ງນີ້ການເສຍຊີວິດຂອງຜູ້ໂດຍສານ ແລະ ລູກເຮືອທັງໝົດໄດ້ຖືກຢືນຢັນແລ້ວ ແລະ ໄດ້ສົ່ງຄະນະກຳມະການກວດກາອຸບັດຕິເຫດ ແລະ ອຸບັດຕິເຫດຂອງເຮືອບິນເຂົ້າເຂດດັ່ງກ່າວ ຈາກຂໍ້ມູນຖ້ຽວບິນຈາກ flightradar24 ພົບວ່າ.
ຄລີບ.
ຍົນລຳດັ່ງກ່າວໄດ້ຂຶ້ນບິນຢູ່ລະດັບຄວາມສູງ 29,100 ຟຸດ ແລະ ຕົກລົງພື້ນດ້ວຍຄວາມໄວກວ່າ 376 ກິໂລຕາແມັດ ດ້ວຍອັດຕາການເລັ່ງ -30,976 ຟຸດ/ນາທີ ກ່ອນຈະຕົກ. ເຮືອບິນລຳນີ້ໄດ້ຂາດການຕິດຕໍ່ 1 ຊົ່ວໂມງ 37 ນາທີ ຫຼັງຈາກອອກຈາກຄຸນໝິງ.
ຄລີບ.
ທີ່ມາ: Reuters
ມີຄລີບ.