ທີມຊາດລາວ ຊະນະ ບຣູໄນ ສຸດມັນ 3-2 ບານເຕະມິດຕະພາບ.
#Sports | ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໃຫ້ຮູ້ວ່າ:
ການແຂ່ງຂັນບານເຕະນັດມິດຕະພາບ ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດ ບຣູໄນ ໃນວັນທີ 27 ມີນາ 2022 ຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ຜົນປະກົດວ່າ ທີມຊາດລາວ ເປັນຝ່າຍເອົາຊະນະໄປແບບສຸດມັນ 3-2.
ໂດຍທີມຊາດລາວ ໄດ້ປະຕູຈາກ ພຸດທະວົງ ສັງວິໄລ ນາທີທີ 6′, ໂຈນີ ແຫວນປະເສີດນາທີ 27′ ແລະ ພິທັກ ກອງມາທີລາດ ນາທີ 33′,
ສ່ວນທີມຊາດບຣູໄນ ໄດ້ປະຕູຈາກ MUHAMMAD AZWAN ALI RAHMAN 39′, MUHAMMAD, HAKEME YAZID SAID 72′.
ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ