

ທ່ານ ສົມໃຈ ຊົງລາວ່າງ, ວັນ, ເດືອນ, ປີເກີດ 13.08.1963. ເກີດທີ່ບ້ານ ຖ້ໍາສູງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ, ຊົນເຜົ່າ ມົ້ງ, ສາສະຫນາ ນັບຖືບັນພະບູລຸດ. ທີ່ຢູ່ປະຈຸບັນບ້ານ ນ້ໍາຢ້າງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ. ຊັ້ນຕໍາແຫນ່ງ ແລະ ຫນ້າທີ່ຮັບຜິດຊອບ: ເປັນຮອງເລຂາພັກເມືອງ,ປະທານຄະນະກວດກາພັກ, ອົງການກວດກາລັດເມືອງວຽງທອງ. ລະດັບການສຶກສາສາມັນ: ມັດທະຍົມປາຍ. ລະດັບວິຊາສະເພາະ: ປະລິນຍາຕີ ສາຂາວິຊາ ຄູການເມືອງ. ລະດັບທິດສະດີການເມືອງ: ຂັ້ນສູງ ວັນ, ເດືອນ, ປີ ເຂົ້າລັດຖະກອນ: 15.07.1987. ວັນ, ເດືອນ, ປີ ເຂົ້າສະມາຊິກພັກສົມບູນ: 22.01.1996.
– ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ
1972-1977 ຮຽນຈົບຊັ້ນປະຖົມ ຢູ່ໂຮງຮຽນປະຖົມ ບ້ານໂພນຕານ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ.
1977-1980 ເປັນຄູອາສາ ຢູ່ບ້ານພູສູງໃຕ້ ແລະ ພູສູງເຫນືອ ເມືອງໄຊຈໍາພອນ.
1980-1983 ຮຽນຈົບຊັ້ນມັດທະຍົມ ຢູ່ໂຮງຮຽນມັດທະຍົມຕົ້ນ ເມືອງ ຄໍາເກີດ.
1984-1987 ຮຽນຈົບຊັ້ນມັດທະຍົມປາຍ ຢູ່ໂຮງຮຽນມັດທະຍົມປາຍປາກຊັນ.
1987-1988 ເປັນພະນັກງານ-ລັດຖະກອນ ຢູ່ຄະນະຈັດຕັ້ງແຂວງ ບໍລິຄໍາໄຊ.
1988-1992 ຮຽນຈົບວິຊາສະເພາະ ຊັ້ນປະລິນຍາຕີ ສາຂາວິຊາ ຄູການເມືອງ ຢູ່ມະຫາວິທະຍາໄລແຫ່ງຊາດ.
1992-1994 ເປັນພະນັກງານຢູ່ພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ.
1994-2002 ເປັນຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ວຽງທອງ.
2002-2006 ເປັນຫົວຫນ້າຫ້ອງການສຶກສາ ແລະ ກິລາເມືອງ, ເປັນສະມາຊິກສະພາແຫ່ງຊາດ ຊຸດທີ V ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ.
2007-2015 ເປັນຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ວຽງທອງ.
2015-2017 ເປັນຄະນະປະຈໍາພັກເມືອງ, ຫົວຫນ້າຄະນະຈັດຕັ້ງເມືອງ ວຽງທອງ.
2017-2019 ເປັນຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ວຽງທອງ. 2019 – ປະຈຸບັນ ເປັນຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ອົງການກວດກາລັດເມືອງ ວຽງທອງ.

