ສຳນັກຂ່າວ ບລູມເບີຣກ ລາຍງານວັນທີ 31 ມີນານີ້ ວ່າ:
ຣັດເຊຍ ໄດ້ສະເໜີ ຂາຍນ້ຳມັນດິບ ໃຫ້ແກ່ ອິນເດຍ ປະມານ 35 ໂດລາສະຫະລັດຕໍ່ຖັງ ຖືວ່າເປັນລາຄາ ຖືກກວ່າລາຄາໃນຕະຫລາດທົ່ວໄປ ເຖິງ 3 ເທົ່າ
ໃນຊຸດທຳອິດນີ້ ຈຳນວນ 15 ລ້ານຖັງ ຫລັງຈາກ ທ່ານ ເຊີເກຍ ລາຟຣໍຟ (Sergei Lavrov), ລັດຖະມົນຕີ ກະຊວງ ການຕ່າງປະເທດ ຣັດເຊຍ ຢູ່ລະຫວ່າງ ການເດີນທາງ
ມາຢ້ຽມຢາມ ນະຄອນຫລວງ ນີວແດນລີ ເປັນເວລາ2ວັນ ເພື່ອປຶກສາຫາລື ການຮ່ວມມື ດັ່ງກ່າວ.
Cr: ຂປລ