ສະຫຼຸບຫຍໍ້ ການເດີນທາງໄປປະເທດໄທສາມາດໃຊ້ພຽງແຕ່ Thailand Pass ເທົ່ານັ້ນ .
ເລີ່ມແຕ່ວັນທີ 1 ພຶດສະພານີ້ ຜູ້ທີ່ເດີນທາງເຂົ້າໄທ ຕ້ອງປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້ .
1. ສໍາລັບຜູ້ທີ່ໄດ້ຮັບການສັກຢາປ້ອງກັນແລ້ວ
• ລົງທະບຽນຜ່ານ Thailand Pass
• ສະແດງຫຼັກຖານການສັກຢາ.
• ສະແດງຫຼັກຖານການປະກັນໄພ 10,000 USD (ສຳລັບຄົນຕ່າງປະເທດເທົ່ານັ້ນ) .
2. ສຳລັບຜູ້ທີ່ບໍ່ໄດ້ສັກຢາ ຫຼື ຍັງບໍ່ທັນໄດ້ຮັບວັກຊີນທັງໝົດຕາມເກນກຳນົດ
• ລົງທະບຽນຜ່ານ Thailand Pass
• ສະແດງຫຼັກຖານການຈອງສຳລັບການກັກກັນ (AQ)
• ສະແດງຫຼັກຖານການປະກັນໄພ 10,000 USD
(ສຳລັບຄົນຕ່າງປະເທດເທົ່ານັ້ນ)
• ສະແດງຫຼັກຖານກວດໂຄວິດໂດຍວິທີ RT-PCR ບໍ່ເກີນ 72 ຊົ່ວໂມງກ່ອນເດີນທາງ.
• ກວດຫາ COVID-19 ໂດຍວິທີ RT-PCR ໃນວັນທີ 4-5. .
ແຫຼ່ງຂ່າວ: ສູນບໍລິຫານສະຖານະການລະບາດພະຍາດໂຄວິດ 2019 (CDC)