ຜັກກ້ານຈອງ ແລະ ຍັງມີຊື່ເອີ້ນໃນແຕ່ລະທ້ອງຖິ່ນອີກຫຼວງຫຼາຍ ສ່ວນຫຼາຍເຮົາຈະມັກພົບຜັກພາຍໄດ້ຕາມບໍລິເວນທີ່ມີນ້ຳຂັງທົ່ວໄປ ເຊັ່ນ: ໜອງ, ຄອງ, ບຶງ ຫຼື ຕາມທົ່ງນາ ຊຶ່ງຄົນສ່ວນຫຼາຍຄິດວ່າຜັກພາຍ ເປັນພືດນ້ຳທີ່ບໍ່ມີປະໂຫຍດ ຕາມຊົນນະບົດມັກຈະກຳຈັດຖິ້ມ ຫຼື ປ່ອຍໃຫ້ສູນພັນ ຮູ້ບໍ່ວ່າ ຜັກພາຍເປັນຜັກພື້ນບ້ານທີ່ເຕັມດ້ວຍຄຸນປະໂຫຍດ ສະນັ້ນ ມື້ນີ້ຈຶ່ງຈະພາທຸກຄົນມາຮູ້ຈັກຜັກພາຍ ແລະ ຈະພາທຸກຄົນໄປເບິ່ງສັບພະຄຸນຂອງຜັກພາຍ

# ລັກສະນະທາງພຶກສາສາດ
ຜັກພາຍເປັນໄມ້ນ້ຳ ພົບບໍລິເວນນາ ແລະ ບໍລິເວນທີ່ມີນ້ຳຂັງ ເຊັ່ນ: ໜອງນ້ຳ, ສະ, ຄູ, ຫ້ວຍ, ຜັກພາຍ ເປັນໄມ້ລົ້ມລຸກ ອາຍຸຫຼາຍປີ ລໍາຕົ້ນເປັນເຫງົ້າຝັງຈົມຢູ່ໃນຂີ້ຕົ້ມໃຫຍ່ເປັນຕົ້ນ ໃບຂຶ້ນເໜືອຜິວນໍ້າ ຈໍານວນຫຼາຍໃບເປັນໃບດຽວ, ຮູບຮ່າງມົນ ຍາວ15-18 ຊມ.ກວ້າງ12 ຊມ.ມີກ້ານ ໃບງອກຢື່ນຢູ່ເໜືອຜິວນໍ້າ, ກ້ານໃບຍາວປະມານ 30 ຊມ. ກ້ານໃບສີຂຽວອ່ອນ ເປັນຫຼ່ຽມອວບນ້ຳພອງລົມ (ຄ້າຍກ້ານໃບຜັກຕົບ) ເມື່ອຫັກກ້ານໃບຈະພົບມີຢາງ ສີຂາວຊຶມອອກມາແຜ່ນໃບໃຫຍ່ ແລະ ແຜ່ຄ້າຍໃບຕານແກ່, ດອກເປັນດອກຊໍ່ແບບຄັນຮົ່ມ ມີດອກຍ່ອຍ 7-10 ດອກ ກີບດອກສີເຫຼືອງຫຼຸດຫຼົ່ນງ່າຍ ມີເສັ້ນຜ່າສູນກາງ ຂອງດອກຫຍໍ້ ປະມານ 1.5 ຊມ

# ຂະຫຍາຍພັນ : ຫົວ, ເຫງົ້າ, ໜໍ່ ຫຼື ໃຊ້ເມັດ ແລະ ຕົ້ນອ່ອນທີ່ເກີດຈາກຊໍ່ດອກ.
ຄຸນຄ່າທາງອາຫານ ຜັກພາຍ 100 ກຣາມ ໃຫ້ພະລັງງານຕໍ່ຮ່າງກາຍ 14 ກິໂລແຄລໍລີ ປະກອບດ້ວຍເສັ້ນໃຍ 18 ກຣາມ, ແຄລຊຽມ 7 ມິນລິກຣາມ, ຟອດຟໍຮັສ 2 ມິນລິກຣາມ, ເຫຼັກ 0.5 ມິນລິກຣາມ, ເບຕ້າແຄໂລທີນ 501 ໄມໂຄຣກຣາມ, ວິຕາມິນບີ1 0.03 ມິນລິກຣາມ ວິຕາມິນບີ2 0.08 ມິນລິກຣາມ, ໄນອະຊີນ1.2 ມິນລິກຣາມ, ວິຕາມິນຊີ 13 ມິນລິກຣາມ.

ປະໂຫຍດທາງຢາ ຜັກພາຍຊ່ວຍຈະເລີນອາຫານກິນເຂົ້າແຊບ ແລະ ມີສັບພະຄຸນປ້ອງກັນໄຂ້ຫົວລົມ, ຕົ້ນອ່ອນກ້ານໃບອ່ອນ ແລະ ດອກອ່ອນຂອງຜັກພາຍ ນິຍົມນຳມາສາມາດຮັບປະທານດິບ ກັບອາຫານພວກຕຳໝາກຫຸ່ງ, ລາບກ້ອຍ, ນໍາຜັກພາຍມາລວກໃຫ້ສຸກກິນຄູ່ກັບນ້ຳແຈ່ວ
# ສັບພະຄຸນ ຕໍາລາບູຮານ
- ໃບ : ຊ່ວຍຈະເລີນອາຫານກິນເຂົ້າແຊບ ແລະ ປ້ອງກັນໄຂ້ຫົວລົມໃບອ່ອນ, ກ້ານ
- ໃບອ່ອນ, ຊໍ່ດອກ: ເປັນຜັກສົດ ຈໍ້າກັບນ້ຳພິກ, ລາບ
- ທັງຕົ້ນ : ເປັນອາຫານສັດ ແລະ ເຮັດປຸຍ

ວິທີໃຊ້ໃນການປະກອບອາຫານ :
ຜັກພາຍເປັນພືດລົ້ມລຸກປະເພດໄມ້ນ້ຳ ສາມາດນຳມາກິນໄດ້ ທັງຕົ້ນອ່ອນ ກ້ານໃບ ແລະ ດອກ ນອກຈາກຈະໃຫ້ລົດຊາດ ຫວານມັນແຊບແລ້ວ ກິນເປັນຜັກສົດແກ້ມກັບລາບກ້ອຍຈ້ຳແຈ່ວ ແລະ ຍັງເຮັດເປັນຜັກສຸກໂດຍການລວກເປັນຜັກຈໍ້າກັບນ້ຳພິກ ຄົນຊົນນະບົດນຳຜັກພາຍມາປຸງເປັນກ້ອຍຜັກພາຍ ເຮັດໃຫ້ລົດຊາດຂອງຜັກພາຍແຊບຫຼາຍຂຶ້ນ
ຈະເຫັນໄດ້ວ່າ ຜັກພາຍ ມີປະໂຫຍດຕໍ່ຮ່າງກາຍ ເນື່ອງຈາກມີທັງເສັ້ນໃຍທີ່ຊ່ວຍໃນການຂັບຖ່າຍ ແລະ ຍັງມີສານອາຫານຢ່າງແຄລຊຽມ, ຟອດຟໍຮັສ ແລະ ທາດເຫຼັກ ທີ່ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ອີກດ້ວຍ

ຂອບໃຈທີ່ມາ: kidork.com