ດອກແຄຂາວເປັນພືດສະໝູນໄພຈຳພວກຕົ້ນຂະໜາດກາງທີ່ມີຊື່ເອີ້ນຕາມທ້ອງຖີ່ນທີ່ແຕກຕ່າງກັນດອກແຄຂາວເປັນສະໝູນໄພທີ່ອຸດົມໄປດ້ວຍວິຕາມີນຈຳນວນຫຼາຍເຊີ່ງຊ່ວຍໃນການຕໍ່ຕ້ານ ແລະ ຢັບຢັ້ງເຊວມະເຣັງໄດ້ອີກດ້ວຍຈື່ງເຮັດໃຫ້ດອກແຄເປັນທີ່ນິຍົມກິນກັນຫຼາຍ.

* ປະໂຫຍດ ແລະ ສັບພະຄຸນຂອງດອກແຄຂາວ
ໃບ: ຊ່ວຍໃນການແກ້ໄຂ້ຫວັດ ແລະ ແກ້ຜິດໄຂ້, ແກ້ໄຂ້ປ່ຽນລະດູ ຕະຫລອດຈົນຊ່ວຍດັບຜິດ ແລະ ຖອນຜິດໄຂ້ໄດ້ອີກດ້ວຍຈະມີລົດຊາດຈືດ

ດອກ: ຊ່ວຍແກ້ອາການໄຂ້ປ່ຽນລະດູຈະມີລົດຊາດຫວານເຢັນພຽງແຕ່ເອົາດອກມາປຸງແຕ່ງຕາມໃຈມັກ
ເປືອກຕົ້ນ: ຊ່ວຍໃນການຄຸມທາດ ແກ້ທ້ອງບິດມູກເລືອດຕະຫຼອດຈົນຊ່ວຍຊະລ້າງບາດແຜ ແລະ ຊ່ວຍໃນການສະໝານບາດແຜທັງພາຍໃນ ແລະ ພາຍນອກຈະມີລົດຊາດຝາດ ພຽງແຕ່ນຳເອົາເປືອກມາຕົ້ມກັບນຳ້ແລ້ວເອົາມາດື່ມ

* ຕົ້ນ ແລະ ຝັກດອກແຄຂາວ
ເຊີ່ງຕົ້ນດອກແຄຂາວນີ້ຈະມີການຂະຫຍາຍພັນໂດຍວິທີການເຜາະເມັດ ແລະ ຫລາຍຄົນນິຍົມປູກຕົ້ນດອກແຄນີ້ໄວ້ຄ້າຂາຍ ນອກຈາກນີ້ຍັງຊ່ວຍໃນດ້ານຄວາມງາມຄືການຊະລໍຄວາມແກ່ເຖົ້າ ປ້ອງກັນຮີ້ວຮອຍແຫ່ງໄວ ແລະ ຜີວຫນັງທີ່ແຫ້ງແຕກເປັນຂຸຍລວມທັງບັນຫາເລັບມື ຫຼື ເລັບຕີນບາງແຕກຫັກງ່າຍອີກດ້ວຍ.


ຂອບໃຈທີ່ມາ: laotodaynews.com