ສັບພະຄຸນພຶດ

ໝາກໄມ້ 7 ຊະນິດ ຊ່ວຍກະຕຸ້ນແລະບຳລຸງ ນ້ອງຊາຍ ໃຫ້ແຂງແຮງ ທົນທານ

ວ່າດ້ວຍເລື່ອງຂອງສັບພະຄຸນທາງເພດນັ້ນຜູ້ຊາຍຄົນໃດຈະປະຕິເສດໄດ້ວ່າມັນບໍ່ສຳຄັນ ແລະ ບໍ່ຈຳເປັນເລີຍ ຫາກທ່ານເປັນຄົນໜື່ງທີ່ມີອາການເມື່ອຍງ່າຍ, ນົກເຂົາບໍ່ຂັນ ແລະ ອີກສາລະພັດບັນຫາເລື່ອງເພດ ການຮັບປະທານອາຫານທີ່ມີປະໂຫຍດກໍ່ມີສ່ວນທີ່ເປັນໂຕຊ່ວຍໃຫ້ນ້ອງຊາຍທ່ານເຮັດວຽກໄດ້ດີຂື້ນເຮົາຈື່ງຄວນຫາໝາກໄມ້ທີ່ສາມາດຊ່ວຍເລື່ອງເພດຂອງທ່ານໄດ້.

1. ກ້ວຍຫອມ: ໝາກກ້ວຍຫອມມີຄຸນຄ່າໃຫ້ພະລັງງານຄ່ອນຂ້າງສູງ ແລະ ອຸດົມໄປດ້ວຍແຮ່ທາດ ແລະ ສານອາຫານຕ່າງໆຫຼາກຫຼາຍ ເຊັ່ນ: ວິຕາມີນບີ 6 , ວິຕາມີນບີ 12, ໂປຣຕີນ, ຄາໂບໄຮເດດ ແລະ ອື່ນໆ ຊ່ວຍຫຼຸດຄວາມດັນ, ຊ່ວຍແກ້ອາການຈຸສຽບ, ແໜ່ນທ້ອງ, ຊ່ວຍແກ້ອາການທ້ອງຜູກ ແລະ ຄຸນປະໂຫຍດອີກສາລະພັດປະການຖ້າເປັນຜູ້ຊາຍແລ້ວກ້ວຍຫອມຖືວ່າມີປະໂຫຍດສຳຄັນປະການໜື່ງເລີຍ ນັ້ນກໍ່ຄືຊ່ວຍເພີ່ມສາມາດເລື່ອງເຊັກໄດ້ ເພາະໃນໝາກກ້ວຍຫອມມີ ໄຊໂອເອສໂຕເຈນ ທີ່ຈະຊ່ວຍກະຕຸ້ນຮໍໂມນເພດນັ້ນເອງຮູ້ແບບນີ້ແລ້ວທ່ານຜູ້ຊາຍຈະຊ້າເເຮັດຫຍັງຫາກ້ວຍຫອມມາກີນດີກວ່າ.

2. ໝາກແຕງໂມ: ໝາກໄມ້ທີ່ຫາມາຮັບປະທານໄດ້ງ່າຍໃນບ້ານເຮົາ ຖ້າຮັບປະທານໃນຊ່ວງໜ້າຮ້ອນແລ້ວຈີ່ງເຮັດໃຫ້ສົດຊື່ນດີ, ເປັນໝາກໄມ້ທີ່ມີລົດຫວານ, ກີນງ່າຍ ແລະ ແຊບອີກດ້ວຍ. ທັ່ງຍັງມີປະໂຫຍດຕໍ່ຮ່າງກາຍເພາະໃນ ໝາກແຕງໂມຈະມີສານອາຫານຫຼາກຫຼາຍເຊັ່ນ: ຟໍສຟຣັສ, ແຄລຊ່ຽມ, ທາດເຫຼັກ, ໂພແທສຊ່ຽມ, ວິຕາມີນເອ ແລະ ອື່ນໆ. ນອກຈາກນີ້ແຕງໂມຍັງເປັນໝາກໄມ້ທີ່ໄດ້ຮັບການຍົກຍ້ອງທາງການແພດອີກດ້ວຍວ່າ ເປັນໝາກໄມ້ສາມາດຊ່ວຍກະຕຸ້ນລະບົບໄຫຼວຽນຂອງເລືອດ ແລະ ສາມາເພີ່ມສະມັດຖະພາບທາງເພດໄດ້.

3. ໝາກນັດ: ຮູ້ຫຼືບໍ່ວ່າໝາກນັດນັ້ນກໍ່ມີປະໂຫຍດບໍ່ແພ້ໃຜ ເພາະໃນແກນໝາກນັດມີ ເອນໄຊບໍມີເລນຢູ່ຄ່ອນຂ້າງສູງ ເຊີ່ງເອນໄຊຊະນິດນີ້ສາມາດຊ່ວຍຍ່ອຍໂປຣຕີນໃຫ້ມີໂມເລກຸນນ້ອຍລົງໄດ້ ທັງນີ້ໝາກນັດຍັງມີສັບພະຄຸນທາງຢາ, ສາມາດຊ່ວຍຂັບປັດສະວະ, ຊ່ວຍໃນເລື່ອງລະບົບຂັບຖ່າຍ ແລະ ປະໂຫຍດອື່ນໆອີກສາລະພັດ ທີ່ສຳຄັນທີ່ສຸດຍັງມີສານຮໍໂມນກະຕຸ້ນເຊັກໃນຜູ້ຊາຍໄດ້ດີອີກດ້ວຍ

4. ສະຕໍເບີລີ່: ໝາກໄມ້ສີແດງ ມີລົດຫວານສົ້ມ ຖືໄດ້ວ່າເປັນໝາກໄມ້ທີ່ມີປະໂຫຍດກັບທ່ານຜູ້ຊາຍອີກໜື່ງຢ່າງ ເພາະເປັນແຫຼ່ງສານອາຫານທີ່ສຳຄັນທີ່ໃຫ້ຄຸນຄ່າທາງໂພຊະນາການສູງ ອຸດົມໄປດ້ວຍສານຕ້ານອຸມູນອິດສະຫຼະ, ວິຕາມີນຊີ, ທາດເຫຼັກ, ທັງນີ້ມີປະໂຫຍດຫຼາຍຢ່າງທີ່ສຳຄັນເລີຍຄືສາມາດກະຕຸ້ນຄວາມຮູ້ສືກທາງເພດໃນເພດຊາຍໄດ້ເພາະມີຜົນວິໄຈອອກມາແລ້ວວ່າ ສະຕໍເບີ່ລີ່ນັ້ນອາດສົ່ງຜົນເຖີງຄວາມສຳພັນກັບປະລິມານສະເປີມຂອງຜູ້ຊາຍຊ່ວຍໃຫ້ມີປະລິມານທີ່ສູງຂື້ນອີກດ້ວຍ.

5. ໝາກເດື່ອ: ໝາກເດື່ອເປັນອາຫານທີ່ສົມບູນແບບເພາະຊ່ວຍໃຫ້ນ້ອງຊາຍອຶດທົນ, ໝາກເດື່ອເປັນໝາກໄມ້ທີ່ຊ່ວຍເພີ່ມສະມັດຖະພາບທາງເພດໄດ້ດີ ທັງນີ້ການຮັບປະທານໝາກເດື່ອເປັນປະຈຳຈະເຮັດໃຫ້ຮ່າງກາຍມີລະບົບໄຫຼວຽນເລືອດໄດ້ດີ ແລະ ກະຕຸ້ນການເຮັດວຽກຂອງອະໄວຍະວະເພດຂອງທ່ານຜູ້ຊາຍໃຫ້ມາເຮັດວຽກໄດ້ດີ.

6. ໝາກພິລາ: ຈັດວ່າເປັນອັນຍະມະນີທີ່ລຳ້ຄ່າ ເພາະໝາກພິລາປຽບຄືລາຊະນີໝາກໄມ້ ແລະ ຖືໄດ້ວ່າເປັນໝາກໄມ້ຊະນິດໝື່ງທີ່ມີປະໂຫຍດຕໍ່ສຸຂະພາບຫຼາຍ ມີສານຕ້ານອຸມູນອິດສະຫຼະຫຼາກຫຼາຍຊະນິດ , ສາມາດຊ່ວຍເລື່ອງຜີວພັນ,ຊ່ວຍເລື່ອງໂລກຫົວໃຈ, ຄວາມດັນເລືອດສູງ, ທີ່ສຳຄັນສາມາດຊ່ວຍກະຕຸ້ນໃຫ້ເລືອດໝູນວຽນໄດ້ດີ ແລະ ເພີ່ມພະລັງຄວາມແຂງແຮງໃຫ້ກັບນ້ອງຊາຍໄດ້ດີອີກດ້ວຍ.

7. ອາໂວກາໂດ້: ອາໂວກາໂດ້ນັ້ນມີດີກວ່າທີ່ເຮົາຄິດເພາະມີຄຸນຄ່າທາງດ້ານໂພຊະນາການສູງແຖມມີປະໂຫຍດຕໍ່ຮ່າງກາຍຄ່ອນຂ້າງຫຼາຍ ແລະ ຍັງຈັດໄດ້ວ່າເປັນໝາກໄມ້ທີ່ສາມາດບຳລຸງສະມັດຖະພາບທາງເພດຂອງຜູ້ຊາຍໄດ້ດີ
ອີກດ້ວຍ ທັງໃນອາໂວກາໂດ້ນັ້ນປະກອບໄປດ້ວຍສານອາຫານຫຼາຍຊະນິດ ເຊັ່ນ: ໄຟເບີ້, ວິຕາມີນບີ 6, ວິຕາມີນອີ, ວິຕາມີນຊີ, ແລະ ອື່ນໆ ທ່ານຜູ້ຊາຍຕ້ອງຫາມາກີນໄດ້ເລີຍຕາມຮ້ານບ້ານເຮົາ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button