ທ່ານ ບຸນໂຈມໄດ້ກ່າວຊີ້ແຈງຕື່ມວ່າ: ຕໍ່ບັນຫາດັ່ງກ່າວ, ລັດຖະບານ ກໍຄືກະຊວງກ່ຽວຂ້ອງ ກຳລັງດຳເນີນການແກ້ໄຂບັນຫາດັ່ງກ່າວ; ພ້ອມກັນນັ້ນ ກໍແກ້ໄຂບັນຫາທີ່ຕິດພັນ ເປັນຕົ້ນບັນຫາການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເຮົາມີ, ລັດຖະບານຍອມຮັບວ່າຍັງຂຸດຄົ້ນບໍ່ໝົດ ແລະ ກຳລັງດຳເນີນການແກ້ໄຂບັນຫາດັ່ງກ່າວນີ້
ໃນຫຼາຍວິທີການ ເປັນຕົ້ນລັດຖະບານ ກໍຄືກະຊວງການເງິນ ພວມດຳເນີນການສ້າງລະບົບຄຸ້ມຄອງການເກັບລາຍຮັບທີ່ທັນສະໄໝ ປັດຈຸບັນສຳເລັດແລ້ວປະມານ 60% ແລະ ຈະໃຫ້ສຳເລັດ ໂດຍເລີ່ມຕົ້ນຈັດຕັ້ງປະຕິບັດໃນຕົ້ນປີ 2023.
“ສປປ ລາວ ອາດຈະຕ່າງຈາກປະເທດອື່ນທີ່ເກີດວິກິດ ທີ່ບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ (ຈົນນໍາໄປສູ່ການລົ້ມລະລາຍ),
ແຕ່ພວກເຮົາມີທ່າແຮງບົ່ມຊ້ອນ ໂດຍສະເພາະຊັບພະຍາກອນທຳມະຊາດ ແລະ ຖານການຜະລິດເຮົາຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະກັນໃຫ້ ສປປ ລາວ ໃນການຊໍາລະໜີ້ຕ່າງປະເທດໄດ້”
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ

ທີ່ມາ: ວຽງຈັນທາຍ